spot_img
Homeຂ່າວການຊ່ວຍເຫຼືອເຈົ້າແຂວງເຊກອງ ມອບເຄື່ອງຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍຈາກອັກຄີໄພຢູ່ບ້ານດາກໂດມ

ເຈົ້າແຂວງເຊກອງ ມອບເຄື່ອງຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍຈາກອັກຄີໄພຢູ່ບ້ານດາກໂດມ

Published on

ດ້ວຍຄວາມເປັນຫ່ວງເປັນໄຍຂອງການນໍາພັກ-ລັດ, ໃນວັນທີ 10 ກັນຍາ 2023 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະນໍາຂອງແຂວງ, ເມືອງດາກຈຶງ ແລະ ບໍລິສັດ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ຄອບຄົວທ້າວ ແກ້ວຊະວົງ, ທ້າວ ລິດ, ນາງ ລີສອນ, ທ້າວ ແສງນີວົງ ແລະ ທ້າວ ວິລະກອນ ປະຊາຊົນບ້ານດາກໂດມ ທີ່ປະສົບເຄາະຮ້າຍຈາກອັກຄີໄພ (ໄຟໄໝ້ເຮືອນ) ໂດຍມີຄະນະພັກ-ອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອທີ່ນໍາໄປມອບໃນຄັ້ງນີ້, ປະກອບມີຜ້າຫົ່ມ, ເສື່ອ-ສາດ, ປາກະປ໋ອງ, ໝີ່ໄວໆ, ເຄື່ອງໃຊ້ຄົວເຮືອນ, ເຂົ້າສານ, ສັງກະສີ, ເຫຼັກຕະປູ, ນໍ້າດື່ມ, ເກີບ ແລະ ເຄື່ອງນຸ່ງ-ຫົ່ມ ລວມມູນຄ່າ 40 ລ້ານກວ່າກີບ ພ້ອມງິນສົດ 20 ລ້ານກວ່າກີບ, ເຊິ່ງເຫດການໄຟໄໝ້ເຮືອ ແມ່ນເກີດຂຶ້ນໃນວັນທີ 8 ກັນຍາ 2023 ຜ່ານມາ, ສາເຫດແມ່ນເນື່ອງມາຈາກໄຟຟ້າພະລັງນໍ້າຂະໜາດນ້ອຍຂອງຄອບຄົວ ຫຼື ໄຟຟ້າໄດນາໂມ ລັດວົງຈອນ ເຮັດໃຫ້ເຄື່ອງໃຊ້ຄົວເຮືອນ ແລະ ພາຫະນະຮັບໃຊ້ ພາຍໃນເຮືອນເສຍ ຫາຍ ຄິດເປັນມູນຄ່າທັງໝົດ 1 ຕື້ກວ່າກີບ.

ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ກໍໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ປະຊາຊົນມີສະຕິ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ລັດ ກໍຄື ຄະນະພັກ-ອົງການປົກຄອງແຂວງ, ເມືອງ ແລະ ບ້ານ; ເຊິ່ງເວລາໃດກໍເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະ ເພາະແມ່ນຄອບຄົວທີ່ຖືກເຄາະຮ້າຍໄຟໄໝ້ເຮືອນໃນຄັ້ງນີ້ ຈຶ່ງໄດ້ປຸກລະດົມ, ຂົນ ຂວາຍບັນດາຂະແໜງການ, ບັນດາບໍລິສັດ-ລັດວິສາຫະກິດ ແລະ ບຸກຄົນ-ນິຕິບຸກຄົນ ນໍາເອົ່າເຄື່ອງຊ່ວຍເຫຼືອ-ວັດຖຸປັດໄຈ ໄປມອບໃຫ້ ເພື່ອເປັນການແບ່ງເບົາບັນເທົາທຸກ ແລະ ນໍາໄປຟື້ນຟູຄອບຄົວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...