spot_img
Homeຂ່າວພາຍ​ໃນເຈົ້າແຂວງຈຳປາສັກຜູ້ໃໝ່ " ດຣ ບຸນຖອງ ດີວິໄຊ " ເຂົ້າຮັບໜ້າທີ່

ເຈົ້າແຂວງຈຳປາສັກຜູ້ໃໝ່ ” ດຣ ບຸນຖອງ ດີວິໄຊ ” ເຂົ້າຮັບໜ້າທີ່

Published on

Capture
ຈາກແຖວໜ້າ ທ່ານ ດຣ ບຸນຖອງ ດີວິໄຊ (ຊ້າຍ) ເຈົາແຂວງຈຳປາສັກຜູ້ໃໝ່ ແລະ ທ່ານ ສອນໄຊ ສີພັນດອນ (ຂວາ) ເຈົ້າແຂວງຈຳປາສັກຜູ້ເກົ່າ ທີ່ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ.

 

ສະ­ຫາຍ ດຣ. ບຸນ​ຖອງ ດີ​ວິ​ໄຊ ເລີ່ມ​ປະ­ຕິ­ບັດ​ໜ້າ­ທີ່​ເຈົ້າ­ແຂວງໆ​ຈຳ­ປາ​ສັກ ພາຍ­ຫຼັງ​ທີ່​ສະ­ຫາຍ ດຣ. ສອນ​ໄຊ

ສີ​ພັນ​ດອນ ເລ­ຂາ​ພັກ​ແຂວງ ເຈົ້າ­ແຂວງໆ​ຈຳ­ປາ​ສັກ​ຜູ້​ເກົ່າ ​ໄປ​ປະ­ຕິ­ບັດ​ໜ້າ­ທີ່​ໃໝ່​ຢູ່​ສູນ​ກາງ.

 

ພິ­ທີ​ມອບŒຮັບ​ໜ້າ­ທີ່ ມີ​ຂຶ້ນ​ໃນ​ວັນ​ທີ 23 ກໍ­ລະ­ກົດ​ຜ່ານ​ມາ ຢູ່​ສຳ­ນັກ­ງານ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ ໂດຍ​ການ

​ເຂົ້າ​ຮ່ວມ​ຂອງ​ສະ­ຫາຍ ອາ​ຊາງ ລາວ​ລີ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ

​ນີ້ ຍັງ​ມີ​ສະ­ຫາຍ ວັນ​ໄຊ ພອງ​ສະ­ຫວັນ ຮອງ​ຄະ­ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ການ​ນຳ​ຈາກ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ,

ກົມ​ຈັດ​ຕັ້ງ​ພັກŒພະ­ນັກ­ງານ ບັນ­ດາ​ສະ­ຫາຍ​ໃນ​ຄະ­ນະ​ປະ­ຈຳ​ພັກແຂວງ, ກຳ­ມະ­ການ​ພັກ​ແຂວງ, ຫົວ­ໜ້າ​ພະ­ແນກ

­ການ​ກົມ​ກອງ​ອ້ອມ​ຂ້າງ​ແຂວງ, ເລ­ຂາ​ພັກ​ເມືອງŒເຈົ້າ­ເມືອງ 10 ຕົວ​ເມືອງ ຕະ­ຫຼອດ​ຮອດ​ນັກ­ທຸ­ລະ­ກິດ ແລະ ພະ

­ນັກ­ງານ​ວິ­ຊາ​ການ​ທີ່​ກ່ຽວ­ຂ້ອງ​ຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ.

 

ໃນ​ພິ­ທີ​ສະ­ຫາຍ ດຣ. ສອນ​ໄຊ ສີ​ພັນ​ດອນ ໄດ້​ຂຶ້ນ​ຜ່ານ​ບົດ​ສະ­ຫຼຸບ​ຫຍໍ້​ໃນ​ການ​ຊີ້​ນຳŒນຳ­ພາ ໃນ​ໄລ­ຍະ​ຜ່ານ​ມາ ພ້ອມ

​ທັງ​ກ່າວ​ມອບ​ໜ້າ­ທີ່​ໃຫ້​ແກ່​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ ເຈົ້າ­ແຂວງ​ຈຳ­ປາ​ສັກ​ຜູ້​ໃໝ່, ຈາກ​ນັ້ນ​ກໍ​ມີ​ການ

​ເຊັນ​ບົດ​ບັນ­ທຶກ​ມອບŒຮັບ​ໜ້າ­ທີ່​ດັ່ງ­ກ່າວ.

 

ການ​ມອບŒຮັບ​ໜ້າ­ທີ່​ຄັ້ງ​ນີ້​ແມ່ນ​ປະ­ຕິ­ບັດ​ຕາມ​ເນື້ອ​ໃນ​ຈິດ­ໃຈ​ ຄຳ​ສັ່ງ​ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ ສະ­ບັບ​ເລກ

​ທີ 07/ກມສພ, ລົງ​ວັນ​ທີ 3 ກໍ­ລະ­ກົດ 2014 ແລະ ລັດ​ຖະ​ດຳ­ລັດ​ຂອງ​ປະ­ທານ​ປະ­ເທດ​ສະ­ບັບ​ເລກ​ທີ 146/ປທ, ລົງ​ວັນ

​ທີ 16 ກໍ­ລະ­ກົດ 2014 ວ່າ​ດ້ວຍ​ການ​ຍົກ­ຍ້າຍ​ພະ­ນັກ­ງານ​ການ​ນຳ​ລະ­ດັບ​ສູງ​ໄປ​ຮັບ​ໜ້າ​ທີ​ໃໝ່.

 

ແຫຼ່ງຂ່າວ: http://www.sedthakid.la/khao/19781.spc

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...