spot_img
Homeວັນນະກຳເລື່ອງສັ້ນເຈົ້າສາວແວມພາຍ...Love you forever

ເຈົ້າສາວແວມພາຍ…Love you forever

Published on

ຊື່ເລື່ອງ: ເຈົ້າສາວແວມພາຍ…Love you forever
ປະເພດ: ນິຍາຍແຟນຕາຊີ, ນິຍາຍອິໂຣຕິກ
ຈຳນວນຕອນ:….. (ຢູ່ໃນຊ່ວງແຕ່ງ ແລະ ອັບເດດ)
ຜູ້ແຕ່ງ:​ ນາມປາກາ ບຸດສະດີ ສາຍນ້ຳມັດ

ຄຳນຳ
ນະວະນິຍາຍ “ເຈົ້າສາວແວມພາຍ…Love you forever” ເປັນເລື່ອງລາວທີ່ແຕ່ງຂຶ້ນຈາກຈິນຕະນາການຂອງຜູ້ແຕ່ງ ທັງຊື່ ,ສະຖານທີທີ່ ແລະ ຄຳທີ່ໃຊ້ໃນເນື້ອເລື່ອງແມ່ນສົມມຸດຂຶ້ນມາ ເປັນນິຍາຍອອກແນວແຟນຕາຊີປະສົມກິ່ນອາຍອິໂຣຕິກເລັກນ້ອຍ ສະນັ້ນເນື້ອໃນຂອງເລື່ອງໃນບາງຕອນຈະມີຄຳບັນຍາຍຕິດເຣດ 18+ ຜູ້ແຕ່ງຂໍແນະນຳວ່າຜູ້ທີ່ອ່ານຕ້ອງມີອາຍຸ 18 ປີຂຶ້ນໄປ ຫຼື ຖ້າອາຍຸ 18ປີລົງມາຄວນໃຊ້ວິຈາລະນະຍານໃນການອ່ານ, ນີ້ເປັນນິຍາຍແຟນຕາຊີ, ອິໂຣຕິກເລື່ອງທຳອິດທີ່ຜູ້ແຕ່ງລອງຂຽນຂຶ້ນ ປົກກະຕິຈະຂຽນແຕ່ແນວຮັກໃສໆ ຫາກທ່ານອ່ານພົບບາງຄຳທີ່ບໍ່ສອດຄ້ອງກັນ ຫຼື ອາດຕິດຂັດບາງຊ່ວງບາງຕອນກໍ່ຕ້ອງຂໍອະໄພຜູ້ອ່ານລ່ວງໜ້າ.

ເລື່ອງຫຍໍ້:
“ຣິສຊາສ໌” ແວມພາຍໜຸ່ມທີ່ມີຄວາມຫື່ນ ໂຫດ ດິບ ເຖື່ອນ ເຂົາເລີຍໄດ້ຂຶ້ນຮັບຕຳແໜ່ງຜູ້ນຳແວມພາຍຕໍ່ຈາກຜູ້ເປັນບິດາຕັ້ງແຕ່ຕອນທີ່ເຂົາມີອາຍຸ 300 ປີ,ເປັນເວລາ 400ປີແລ້ວທີ່ເຂົາປົກຄອງເຫຼົ່າແວມພາຍຢ່າງສັນຕິ, ຢູ່ມາວັນໜຶ່ງພໍ່ຂອງເຂົາຕ້ອງການໃຫ້ເຂົາມີຄູ່ຄອງ ແຕ່ໃນຊ່ວງດຽວກັນນັ້ນກໍ່ເກີດມີເຫດການແວມພາຍລັກພາຕົວມະນຸດ ເຂົາຕ້ອງການຢຸດມັນ ແລະ ຕ້ອງການຮູ້ຜູ້ບົງການຢູ່ເບື້ອຫຼັງພ້ອມແຮງຈູງໃຈໃນເລື່ອງນີ້ ໃນຂະນະທີ່ເຂົາເດີນທາງໄປດິນແດນມະນຸດເພື່ອສືບຫາຫຼັກຖານ ເຂົາກັບໄດ້ພົບຍິງສາວມະນຸດທີ່ມີກິ່ນກາຍຫອມບໍລິສຸດ ກິ່ນນັ້ນມັນນຳພາໃຫ້ເຂົາໄປຫານາງ ຍິງສາວມະນຸດທີ່ໜ້າຕາຄືກັບຄົນຮັກຂອງເຂົາທີ່ເສຍຊີວິດໄປເມື່ອ 600 ປີກ່ອນ ນາງມີນາມວ່າ “ອາຣິຊ່າ” ໄດ້ເຮັດໃຫ້ຄວາມຮູ້ສຶກທີ່ຕາຍດ້ານກັບຕື່ນຂຶ້ນມາອີກຄັ້ງ ເຂົາເລືອກນາງເປັນເຈົ້າສາວ ແຕ່ກັບມີອຸປະສັກກໍ່ຕົວຂຶ້ນເມື່ອນ້ອງຊາຍຕ່າງມານດາຂອງເຂົາມີນາມວ່າ “ໄຊມອນ” ກໍ່ມີໃຈໃຫ້ກັບ ອາຣິຊ່າ ແລະ ຢາກຄອບຄອງນາງ ນອກຈາກນີ້ຍັງມີ ແວມພາຍສາວນາມວ່າ “ຄຣິນຕິນ” ຍິງສາວທີ່ຕົກຫຼຸມຮັກ “ຣິສຊາສ໌” ທີ່ຕ້ອງການກຳຈັດນາງໄປໃຫ້ພົ້ນໜ້າ ເລື່ອງລາວຈະດຳເນີນໄປແນວໃດຕ້ອງຕິດຕາມອ່ານ

ອັບເດດເລື່ອງ:

ຕອນທີ 1 ຄວາມຝັນທີ່ເປັນຕາຢ້ານ NC ເບົາໆ

ຕອນທີ 2:  ກິ່ນທີ່ພໍໃຈ

ຕອນທີ 3 ນາງເປັນຂອງຂ້ອຍ

ຕອນທີ 4 ພິສູດບາງຢ່າງ

ຕອນທີ 5 ນັກລ່າຜູ້ກະຫາຍເລືອດ

ຕອນທີ 6 ຢ່າແຕະຕ້ອງນາງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...