spot_img
Homeຂ່າວທ້ອງຖິ່ນເງື່ອນໄຂຕ່າງໆທີ່ຕ້ອງປະຕິບັດສຳລັບຜູ້ທີ່ຕ້ອງການເດີນທາງໄປໄທໃນຊ່ວງນີ້

ເງື່ອນໄຂຕ່າງໆທີ່ຕ້ອງປະຕິບັດສຳລັບຜູ້ທີ່ຕ້ອງການເດີນທາງໄປໄທໃນຊ່ວງນີ້

Published on

ອີງຕາມການປະກາດຂອງສະຖານທູດໄທປະຈຳນະຄອນຫຼວງວຽງຈັນ ໃນວັນທີ 13 ພຶດສະພາ 2020 ກ່ຽວກັບ ມາດຕະການຊົ່ວຄາວໃນການງົດ ຫຼື ລໍຖ້າການເຮັດໜັງສືຜ່ານແດນໃນຊ່ວງສະຖານະການການລະບາດຂອງເຊື້ອພະຍາດ ໂຄວິດ-19.

ສືບເນື່ອງມາຈາກການລະບາດຂອງໂລກໄວຣັດໂຄວິດ-19 ໄດ້ແພ່ລະບາດໄປທົ່ວໂລກ ແລະ ເປັນເຫດໃຫ້ຖ້ຽວບິນຕ່າງໆຢຸດໃຫ້ບໍລິການ ສົ່ງຜົນກະທົບຕໍ່ການຂົນສົ່ງໜັງສືຜ່ານແດນ ຈາກປະເທດໄທມາ ສປປ ລາວ. ດ້ວຍເຫດນີ້ສະຖານທູດໄທປະຈຳນະຄອນຫຼວງວຽງຈັນ ຈຶ່ງຂໍແຈ້ງມາ ໃຫ້ທຸກທ່ານຊາບດັ່ງນີ້:

1 ຫາກບໍ່ເປັນກໍລະນີເລັ່ງດ່ວນ ຫຼື ມີຄວາມຈຳເປັນຢ່າງຍິ່ງ ຂໍໃຫ້ງົດ ຫຼື ເລື່ອນການຂໍເຮັດໜັງສືຜ່ານແດນອອກໄປກ່ອນ.

2 ກໍລະນີຜູ້ຮ້ອງຂໍມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງເຮັດໜັງສືຜ່ານແດນ ຂໍໃຫ້ນັດໝາຍລ່ວງໜ້າ ແລະ ແຈ້ງບ່ອນຢູ່ເພື່ອໃຫ້ກະຊວງການຕ່າງປະເທດສົ່ງໜັງສືເດີນທາງໃຫ້ໂດຍກົງ ໂດຍຜູ້ຮ້ອງຂໍຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການຂົນສົ່ງ (ເພີ່ມຈາກຄ່າທຳນຽມໃນການຂໍໜັງສືເດີນທາງ) ຈຳນວນ 260 ບາດ ຕໍ່ເຫຼັ້ມ.

ທັງນີ້, ມາດຕະການຂ້າງເທິງເປັນພຽງມາດຕະການຊົ່ວຄາວໃນຊ່ວງສະຖານການລະບາດຂອງໂລກໄວຣັດໂຄວິດ-19 ເທົ່ານັ້ນ ຈົນກວ່າຈະມີແຈ້ງການປ່ຽນແປງ ຈະມາປະກາດໃຫ້ຊາບອີກເທື່ອໜຶ່ງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...