spot_img
Homeຂ່າວຕ່າງປະເທດເງິນໂດລາແຂງຄ່າສວນທາງເສດຖະກິດໂລກປັດຈຸບັນ

ເງິນໂດລາແຂງຄ່າສວນທາງເສດຖະກິດໂລກປັດຈຸບັນ

Published on

ເວັບໄຊ bangkokbiznews ລາຍງານເມື່ອເວລາ 23:24 ນາທີ ຂອງວັນທີ 21 ກັນຍາ 2020 ວ່າ ເງິນໂດລາແຂງຄ່າ 0.15% ສູ່ລະດັບ 104.71 ເຢນ ໃນຂະນະທີ່ເງິນເອີໂຣປັບຕົວລົງ 0.76% ສູ່ລະດັບ 122.91 ເຢນ ແລະ ອ່ອນຄ່າລົງ 0.84% ສູ່ລະດັບ 1.1740 ໂດລາ ສ່ວນດັດຊະນີໂດລາບວກ 0.86% ສູ່ລະດັບ 93.73%.

ນັກລົງທຶນໄດ້ຕິດຕາມເບິ່ງຖະແຫຼງການຂອງເຈົ້າໜ້າທີ່ທະນາຄານກາງອາເມລິກາ (ເຟດ) ເພື່ອຫາສັນຍານບົ່ງບອກການອອກມາດຕະການກະຕຸ້ນເສດຖະກິດຮອບໃໝ່ ໂດຍເຈົ້າໜ້າທີ່ທະນາຄານກາງຫຼາຍທ່ານລວມເຖິງທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງ ມີກຳນົດຈະອອກຖະແຫຼງການຕໍ່ຄະນະກຳມະການໃນກອງປະຊຸມໃນອາທິດນີ້.

ນອກຈາກນີ້, ຕະຫຼາດຍັງມີຄວາມວິຕົກກັງວົນຕໍ່ຄວາມຂັດແຍ້ງລະຫວ່າງສະພາຄອງເກຣສ ແລະ ທຳ ນຽບຂາວໃນການອອກມາດຕະການກະຕຸ້ນເສດຖະກິດຄັ້ງໃໝ່ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...