spot_img
Homeຂ່າວທ້ອງຖິ່ນເຄື່ອງກວດວິເຄາະຫາເຊື້ອໂຄວິດ-19 ທີ່ໂຮງໝໍແຂວງຈຳປາສັກ ຈະຮອງຮັບຕົວຢ່າງເຊື້ອຈາກ 4 ແຂວງພາກໃຕ້

ເຄື່ອງກວດວິເຄາະຫາເຊື້ອໂຄວິດ-19 ທີ່ໂຮງໝໍແຂວງຈຳປາສັກ ຈະຮອງຮັບຕົວຢ່າງເຊື້ອຈາກ 4 ແຂວງພາກໃຕ້

Published on

ພາຍຫຼັງສຳເລັດການປະຕິບັດວຽກງານໃນເບື້ອງຕົ້ນຢູ່ທີ່ນະຄອນຫຼວງວຽງຈັນ ໃນວັນທີ 7 ເມສາ 2020 ຄະນະແພດຜູ້ຊ່ຽວຊານ ຈາກ ສປ ຈີນທັງ 12 ທ່ານ ກໍໄດ້ສືບຕໍ່ລົງເຄື່ອນໄຫວຢູ່ຕ່າງແຂວງ ໂດຍໄດ້ແບ່ງເປັນ 2 ທີມ ເພື່ອລົງພື້ນທີ່ແຂວງ ຫຼວງພະບາງ ແລະ ແຂວງ ຈຳປາສັກ.

ການເຄື່ອນໄຫວຫຼັກກໍແມ່ນລົງສຳຫຼວດ-ປະເມີນໃນພື້ນທີ່ສ່ຽງເປັນຕົ້ນແມ່ນຂົງເຂດນະຄອນຫຼວງພະບາງ, ນະຄອນປາກເຊ ແລະ ອື່ນໆ ພ້ອມທັງເຂົ້າຮ່ວມປຶກສາຫາລື ແລະ ແລກປ່ຽນຄວາມຮູ້ວິຊາການ ກັບບຸກຄະລາກອນການແພດຝ່າຍລາວທີ່ປະຈຳຢູ່ໂຮງໝໍແຂວງ ກໍຄືບັນດາຄະນະນຳ, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງກັບວຽກງານຕ້ານການແຜ່ລະບາດຂອງພະຍາດໂຄວິດ 19.

ໂຮງ­ໝໍ​ແຂວງ​ຈຳ­ປາ​ສັກ ຮ່ວມ​ກັບ​ຊ່ຽວ­ຊານ​ທີ່​ມາ​ຈາກ ສປ ຈີນ ຊ່ຽວ­ຊານ​ມາ​ຈາກ​ສູນ​ກາງ ກະ­ຊວງ​ ສາ​ທາ­ນະ​ລະ​ສຸກ ແລະ ຊ່ຽວ­ຊານ​ອົງ­ການ​ອະ­ນາ­ໄມ​ໂລກ ໃດ້​ທຳ​ການ​ຕິດ​ຕັ້ງ​ປະ­ກອບ​ເຄື່ອງ​ກວດ polymerase chain reaction (PCR) R (real-time) ເຄື່ອງ​ກວດ​ຊອກ​ຫາ​ເຊື້ອ​ອັກ­ເສບ​ປອດ COVID-19 ເຄື່ອງ​ໃຫຍ່ ທີ່​ສາ­ມາດ​ກວດ​ໃດ້​ເຖິງ 92 ຕົວ­ຢ່າງ ອ່ານ​ຜົນ​ໃນ​ເວ­ລາ 120 ນາ­ທີ ຫຼື 2 ຊົ່ວໂມງ ເຊິ່ງຈະ​ສາ­ມາດ​ຮອງ​ຮັບ​ຕົວ​ຍ່າງ​ທີ່​ສົ່ງ​ມາ​ຈາກ 4 ແຂວງ​ພາກ​ໃຕ້​ໄດ້ ເຊິ່ງ​ມັນ​ຈະ​ສາ­ມາດ​ກວດ​ຈຳ­ນວນ​ຫຼາຍ ແລະ ສະ­ດວກ​ໃນ​ການ​ສົ່ງ​ຕົວ­ຢ່າງ.

 

ຮຽບຮຽງຂ່າວ:​ ພຸດສະດີ

ແຫຼ່ງຂໍ້ມູນ: vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...