spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອເປີດຊ່ອງທາງຄືນດີກັບເກົາຫຼີໃຕ້

ເກົາຫຼີເໜືອເປີດຊ່ອງທາງຄືນດີກັບເກົາຫຼີໃຕ້

Published on

ກະຊວງລວມຊາດແຫ່ງເກົາຫຼີໃຕ້ຖະແຫຼງວ່າສະຖານີວິທະຍຸຂອງທາງການເກົາຫຼີເໜືອປະກາດວ່າ ລັດຖະບານເກົາຫຼີເໜືອມີນະໂຍບາຍຟື້ນຟູຊ່ອງທາງການສື່ຫຼັກຂອງສອງຊາດເກົາຫຼີ ບໍລິເວນໝູ່ບ້ານ ປຳມຸນຈອມໃນເຂດປອດທະຫານ (ດີເອັມຊີ) ອີກຄັ້ງ ຫຼັງຍົກເລີກຊ່ອງທາງການສື່ສານທັງໝົດກັບເກົາຫຼີໃຕ້ຈາກກໍລະນີພິພາກເຊິ່ງນຳໄປສູ່ການປິດເຂດນິຄົມອຸດສະຫະກຳແກຊອງເມື່ອປີ 2017 ທີ່ຜ່ານ

ສັນຍານດັ່ງກ່າວເປັນໄປໃນທາງບອກວ່າສອງເກົາຫຼີຈະເດີນໜ້າຂະບວນການເຈລະຈາສັນຕິພາບ ພາຍຫຼັງເກົາຫຼີໃຕ້ຫາກໍ່ຕອບຮັບຂໍ້ສະເໜີທີ່ທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດແຫ່ງເກົາຫຼີເໜືອ ຖະແຫຼງໃນວັນຂຶ້ນປີໃໝ່ ຍິນດີຈະສົ່ງຜູ້ແທນໄປເຈລະຈາຟື້ນຄວາມສຳພັນ ລວມທັງຫາລືເຖິງການເປີດໂອກາດໃຫ້ນັກກີລາເກົາຫຼີເໜືອໄດ້ລົງແຂ່ງຂັນໃນມະຫະກຳກີລາໂອລິມປິກລະດູໜາວ ທີ່ພະຍອງຊັງເກມ ໃນເດືອນ ກຸມພາທີ່ຈະຮອດນີ້ດ້ວຍ

ຢ່າງໃດກໍ່ຕາ ທາງເກົາຫຼີເໜືອຍັງບໍ່ລະບຸວ່າຈະຕອບຮັບຂໍ້ສະເໜີຈັດການຫາລີຂອງເຈົ້າໜ້າທີ່ລະດັບສູງລະຫວ່າງປະເທດ ໃນວັນທີ 9 ມັງກອນ 2018 ນີ້ຫຼືບໍ່

ແລະ ເມື່ອວັນທີ 3 ມັງກອນ 2018 ເອພີລາຍງານວ່າ ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳສະຫະລັດອາເມລິກາ ທະວິດຕອບໂຕ້ ທ່ານ ຄິມ ຈອງອຶນ ຜູ້ນຳເກົາຫຼີເໜືອ ເຊິ່ງກ່າວວ່າກ່ອນໜ້ານີ້ໃນຖະແຫຼງປະຈຳປີເນື່ອງໃນໂອກາດຂຶ້ນປີໃໝ່ວ່າ ຕົນເອງມີປຸ່ມກົດປ່ອຍນິວເຄຣຍຕະຫຼອດເວລາ

ໂດນັລ ທຣັມກ່າວ “ໃຜກໍ່ໄດ້ຈາກລະບົບການປົກຄອງຂອງທ້າວ ຄິມ ຈອງອຶນ ເຊິ່ງວ່າງເປົ່າ ແລະ ຂາດເຂີນອາຫານ ກະລຸນາບອກເຂົາແນ່ວ່າຂ້ອຍກໍ່ມີປຸ່ມກົດນິວເຄຣຍຄືກັນ ແຕ່ມັນໃຫຍ່ກວ່າຫຼາຍ ທັງຍັງມີອະນຸພາຍສູງກວ່ານິວເຄຣຍທີ່ເຂົາມີຢູ່ ແລະ ປຸ່ມກົດຂອງຂ້ອຍມັນທຳງານໄດ້ແທ້”

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...