spot_img
Homeຂ່າວຕ່າງປະເທດເກົາຫລີເຫນືອກຽມປິດ ໂຮງງານນິວເຄຣຍ ໃນເດືອນ ພຶດສະພາ ນີ້!

ເກົາຫລີເຫນືອກຽມປິດ ໂຮງງານນິວເຄຣຍ ໃນເດືອນ ພຶດສະພາ ນີ້!

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງໂຊລ, ປະເທດເກົາຫລີໃຕ້ ເມື່ອວັນທີ 29 ເມສາ ວ່າ ໂຄສົກທຳນຽບປະທານາທິບໍດີເກົາຫລີໃຕ້ ຫລື ຊອງວາແດ, ທ່ານ ຢຸນ ຢອງ ຊານ ຖະແຫລງການເມື່ອວັນອາທິດວ່າປະທານາທິບໍດີ ມຸນ ແຈ ອິນ ແລະ ຄິມ ຈອງ ອຶນ ເຫັນພ້ອງກັນລະຫວ່າງການພົບປະຫາລືທີ່ຫມູ່ບ້ານປັນມຸນຈອມ ຝັ່ງເກົາຫລີໃຕ້ ເມື່ອວັນສຸກທີ່ຜ່ານມາວ່າ ລັດຖະບານພຽງຢາງ ຈະທຳການປິດໂຮງງານນິວເຄຣຍ ໃນພາກຕາເວັນອອກສຽງເຫນືອຂອງເກົາຫລີເຫນືອຢ່າງເປັນທາງການ ສະຖານທີ່ທົດສອບລະເບີດນິວເຄຣຍຂອງເກົາຫລີເຫນືອ 6 ເທື່ອ ນັບຕັ້ງແຕ່ປິ 2006 ແລະ ການທົດສອບລະເບີດນິວເຄຣຍລ່າສຸດແມ່ນເມື່ອວັນທີ 3 ກັນຍາ ປິຜ່ານມາ ໂດຍລະເບີດມີອານຸພາກຮຸນແຮງກວ່າການທົດສອບທີ່ຜ່ານມາ. ຈະທຳການປິດລົງໃນຊ່ວງເດືອນ ພຶດສະພາ ນີ້ ຫລັງຈາກນັ້ນຈະມີການເຊີນຜູ້ສັງເກດການນານາຊາດ ພ້ອມສື່ຂ່າວຂອງເກົາຫລີໃຕ້ ແລະ ສະຫະລັດ ເຂົ້າໄປກວດສອບເພື່ອຄວາມໂປ່ງໃສ.

ໂຄສົກຊອງວາແດກ່າວຕໍ່ໄປວ່າ ຜູ້ນໍາຂອງເກົາຫລີເຫນືອກ່າວກັບຜູ້ນຳເກົາຫລີໃຕ້ວ່າ ຢາກຈະປ່ຽນແປງ ອຸດົມການທາງການເມືອງຂອງເຂົາຊື່ງຂັດແຍ້ງກັບສະຫະລັດ ແຕ່ເຂົາຈະສະແດງໃຫ້ປະຊາຊົນທຸກທົ່ວຫນ້າໄດ້ປະຈັກວ່າ ເກົາຫລີເຫນືອບໍ່ແມ່ນປະເທດທີ່ຈະຍິງຂີປະນາວຸດ ຫລື ໃຊ້ລະເບີດນິວເຄຣຍກັບອາເມລິກາ. ຢ່າງໃດກໍຕາມ ຄິມ ຈອງ ອຶນ ກ່າວເປັນນັຍຕື່ມວ່າ ເກົາຫລີເຫນືອ ຈະມີລະເບີດນິວເຄຣຍ ແລະ ຢູ່ພາຍໃຕ້ເງື່ອໄຂການຈຳກັດເພື່ອຫຍັງ? ຖ້າຫາກສະຫະລັດກູ້ຄືນຄວາມເຊື່ອຫມັ້ນດ້ວຍການໃຫ້ຄຳຫມັ້ນສັນຍາທີ່ຫນັກແຫນ້ນເຊັ່ນກັນວ່າຈະບໍ່ຮຸກຮານເກົາຫລີເຫນືອ.

ຂະນະດຽວກັນ ຄິມ ຈອງ ອຶນ ຍັງກ່າວກັບ ມຸນ ແຈ ອິນ ອີກວ່າ ສະຖານະການເທີງແຄມມະຫາສະຫມຸດເກົາຫລີນັບຈາກນີ້ຈະບໍ່ຊໍ້າຮອຍສົງຄາມອັນເຈັບປວດທີ່ເຄີຍເກີດຂື້ນ ແຕ່ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງມີມາດຕະການອັນເປັນຮູບປະທຳຮ່ວມກັນ ເພື່ອປ້ອງກັນການປະທະທາງທະຫານ ຫລື ຄວາມຂັດແຍ່ງທາງອາວຸດ. ນອກຈາກນີ້ຜູ້ນຳສູງສຸດຂອງເກົາຫລີເຫນືອຍັງເຫັນພ້ອງກັບການກັບມານຳໃຊ້ເວລາມາດຕະຖານໃຫ້ເທົ່າກັນກັບເວລາຂອງເກົາຫລີໃຕ້ ຫລັງຈາກທີ່ເຄີຍກຳນົດເມື່ອ 3 ປີທີ່ແລ້ວວ່າໃຫ້ເວລາທ້ອງຖີ່ນຂອງເກົາຫລີເຫນືອຊ້າກ່ອນເກົາຫລີໃຕ້ 30 ນາທີ.

ນີ້ກໍແມ່ນອີກມຸມຫນື່ງທີ່ສະແດງໃຫ້ເຫັນເຖີງການຫັນໄປໃນແນວທາງທີ່ດີຮ່ວມກັບສັນຊາດດຽວກັນ.

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...