spot_img
Homeຂ່າວພາຍ​ໃນເກີດແຜ່ນດິນໄຫວ 4.9 ຣິກເຕີ ເຮັດໃຫ້ເຮືອນປະຊາຊົນເສຍຫາຍ 1

ເກີດແຜ່ນດິນໄຫວ 4.9 ຣິກເຕີ ເຮັດໃຫ້ເຮືອນປະຊາຊົນເສຍຫາຍ 1

Published on

ອີງຕາມການລາຍງານຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນການເກັບຂໍ້ມູນຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໃນຄັ້ງວັນທີ 08 ກໍລະກົດ 2021 ນີ້ວ່າ: ໃນວັນທີ 07 ກໍລະກົດ 2021 ເວລາ 13 ໂມງ 43 ນາທີ ເກີດແຜ່ນດິນໄຫວໂດຍມີຈຸດສູນກາງຢູ່ບ້ານ ດອກເກດ ເມືອງເງິນ ແຂວງໄຊຍະບູລີ ຈໍານວນ 1 ຄັ້ງ, ຄວາມແຮງສັ່ນສະເທື່ອວັດແທກໄດ້ 4.9 ຣິກເຕີ ເຊິ່ງມີຄວາມເລິກຈາກໜ້າດິນລົງໄປ 15 ກິໂລແມັດ, ຫ່າງຈາກຕົວເມືອງໄປທາງທິດເໜືອປະມານ 8 ກິໂລແມັດ ເຊິ່ງສ້າງຄວາມເສຍຫາຍ ແລະ ຄວາມແຕກຕື່ນໃຫ້ແກ່ຊາວເມືອງເງິນ.

ໂດຍເຫດການດັ່ງກ່າວສົ່ງຜົນກະທົບ 1 ບ້ານຄື: ບ້ານ ນາງົວ ເຮັດໃຫ້ເຮືອນປະຊາຊົນເສຍຫາຍ 1 ຫຼັງ ທີ່ມີຈໍານວນພົນ 4 ຄົນ, ຍິງ 2 ຄົນ ມູນຄ່າເສຍຫາຍທັງໝົດ 17 ລ້ານກີບ ສ່ວນບ້ານອື່ນແມ່ນມີຄວາມເສຍຫາຍເລັກໜ້ອຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...