spot_img
Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ ສູນການຄ້າດັງຢູ່ກຸງເທບ ຍັງບໍ່ມີລາຍງານຜົນເສຍຫາຍ!

ເກີດເຫດໄຟໄໝ້ ສູນການຄ້າດັງຢູ່ກຸງເທບ ຍັງບໍ່ມີລາຍງານຜົນເສຍຫາຍ!

Published on

ຕາມຂ່າວສານຂອງໄທລາຍງານວ່າ ໃນເວລາ 11:30 ຂອງມື້ນີ້ (28 ກໍລະກົດ 2016) ເກີດເຫດໄຟໄໝ້ ສູນການຄ້າເມເຈີ ຊິນິເພລັກ ສາຂາປິ່ນເກົ້າ ເຂດບາງພັດ ນະຄອນຫລວງບາງກອກ ປະເທດໄທ ໂດຍເຈົ້າໜ້າທີ່ດັບເພີງ ໄດ້ເລັ່ງເຂົ້າອົບພະຍົບປະຊາຊົນ ແລະ ນຳພາຫະນະທີ່ຈອດຢູ່ພາຍໃນສູນການຄ້າດັ່ງກ່າວ ອອກໄປສູ່ເຂດປອດໄພ ໃນຂະນະທີ່ການສັນຈອນຢູ່ບໍລິເວນອ້ອມຂ້າງ ມີການຕິດຂັດ, ເຈົ້າໜ້າທີ່ດັບເພີງ ໄດ້ເຂົ້າກວດສອບພາຍໃນອາຄານ ແລະ ໄດ້ຮັບຄຳສັ່ງໃຫ້ອົບພະຍົບ ອອກຈາກສູນການຄ້າດັ່ງກ່າວໂດຍໄວ ເນື່ອງຈາກພົບວ່າ ຕຶກອາຄານມີຮອຍແຕກແຫງໜັກ ຊຶ່ງອາດເຮັດໃຫ້ອາຄານດັ່ງກ່າວຍຸບລົງ,  ແນວໃດກໍຕາມ ບໍ່ມີລາຍງານເຖິງຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ ແລະ ລາຍງານຜົນເສຍຫາຍ ຈາກເຫດການດັ່ງກ່າວນີ້ເທື່ອ.

1469685103_428856

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...