spot_img
Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ຢ່າງຮຸນແຮງທີ່ໂຮງງານຜະລິດສານເຄມີໃນອາເມລິກາ !!

ເກີດເຫດໄຟໄໝ້ຢ່າງຮຸນແຮງທີ່ໂຮງງານຜະລິດສານເຄມີໃນອາເມລິກາ !!

Published on

ໃນວັນທີ 14 ມີຖຸນາ 2021 ທີ່ຜ່ານມາ ເກີດເຫດລະເບີດຢ່າງຮຸນແຮງທີ່ໂຮງງານຜະລິດສານເຄມີໃນປະເທດອາເມລິກາ ເຊິ່ງຕັ້ງຢູ່ເມືອງຊິຄາໂກທາງຕອນເໜືອຂອງລັດອິວລິນອຍ ໂດຍຄວາມຮຸນແຮງຂອງການລະເບີດໄດ້ເຮັດໃຫ້ເກີດມີໄຟໄໝ້ໄປທົ່ວບໍລິເວນໂຮງງານ ແລະ ເກີດຄວັນສີດໍາກະຈາຍໄປທົ່ວເທິງທ້ອງຟ້າ.

ທ່ານ ເຄີກ ວິວສັນ ຫົວໜ້າສໍານັກງານດັບເພີງໄດ້ເປີດເຜີຍວ່າຄົນງານຂອງໂຮງງານແຫ່ງນີ້ປະມານ 70 ຄົນໄດ້ຮັບການຊ່ວຍເຫຼືອອົບພະຍົບອອກມາຢູ່ທີ່ປອດໄພແລ້ວ ໃນຂະນະທີ່ເຈົ້າໜ້າທີ່ດັບເພີງໄດ້ຮັບບາດເຈັບ 1 ຄົນໃນລະຫວ່າງປະຕິບັດໜ້າທີ່ ພ້ອມກັນນີ້ຍັງໄດ້ເຕືອນໃຫ້ປະຊາຊົນໃສ່ໜ້າກາກອະນາໄມເພື່ອປ້ອງກັນຄວັນໄຟ ແລະ ຂີ້ຝຸ່ນທີ່ກະຈາຍອອກມາຈາກໂຮງງານ ແລະ ຄວັນສີດໍາດັ່ງກ່າວນັ້ນຈະບໍ່ສົ່ງຜົນອັນຕະລາຍຕໍ່ກັບຄຸນນະພາບຂອງອາກາດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...