spot_img
Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ຄ້າຍອົບພະຍົບໃນບັງກລາເທດ ມີຄົນບາດເຈັບ ແລະ ສູນຫາຍກວ່າ 1,000 ຄົນ!!

ເກີດເຫດໄຟໄໝ້ຄ້າຍອົບພະຍົບໃນບັງກລາເທດ ມີຄົນບາດເຈັບ ແລະ ສູນຫາຍກວ່າ 1,000 ຄົນ!!

Published on

ໃນວັນທີ 24 ມີນາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າເກີດເຫດໄຟໄໝ້ຢ່າງຮຸນແຮງໃນຄ້າຍອົບພະຍົບຄ໋ອກບາຊ່າ ໃນປະເທດບັງກລາເທດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຕໍ່າ 15 ຄົນ, ມີຜູ້ໄດ້ຮັບບາດເຈັບ ແລະ ສູນຫາຍເກືອບ 1,000 ຄົນ. ເຊິ່ງເຫດການດັ່ງກ່າວໄດ້ເຮັດໃຫ້ບ້ານພັກເສຍຫາຍຫຼາຍກວ່າ 17,000 ຫຼັງຄາ.

ສໍານັກງານຜູ້ແທນເພື່ອຜູ້ລີ້ໄພແຫ່ງສະຫະປະຊາຊາດໄດ້ເປີດເຜີຍວ່າເຫດການດັ່ງກ່າວເຮັດໃຫ້ຜູ້ອົບພະຍົບຫຼາຍກວ່າ 45,000 ຄົນບໍ່ມີທີ່ຢູ່ອາໄສ ໂດຍເຈົ້າໜ້າທີ່ລະບຸວ່າເຫດການໄຟໄໝ້ດັ່ງກ່າວກິນພື້ນທີ່ໃນຄ້າຍຂອງຜູ້ອົບພະຍົບເຖິງ 4 ສ່ວນ ເຊິ່ງເປັນທີ່ຢູ່ອາໄສຂອງຜູ້ອົບພະຍົບປະມານ 124,000 ຄົນ ແລະ ເຫດການໄຟໄໝ້ໃນຄັ້ງນີ້ເຈົ້າໜ້າທີ່ສືບສວນຂອງປະເທດບັງກລາເທດບອກວ່າເກີດຈາກການທີ່ຖັງແກັສລະເບີດແລ້ວເຮັດໃຫ້ໄຟໄໝ້ຢ່າງໄວວາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...