spot_img
Homeຂ່າວທ້ອງຖິ່ນເກີດເຫດຕົວະເດັກນ້ອຍເພດຊາຍຂຶ້ນລົດປັດຈຸບັນຍັງບໍ່ຮູ້ຊາຕາກໍາ

ເກີດເຫດຕົວະເດັກນ້ອຍເພດຊາຍຂຶ້ນລົດປັດຈຸບັນຍັງບໍ່ຮູ້ຊາຕາກໍາ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ເກີດເຫດຕົວະເດັກນ້ອຍເພດຊາຍ ຊື່ທ້າວ ຕຸກຕິກ ຂຶ້ນລົດເພື່ອໄປເອົາເງິນ ມື້ເຊົ້ານີ້ ວັນທີ 23 ກໍລະກົດ ເວລາປະມານ 9 ໂມງ ຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮອດປັດຈຸບັນນີ້ ຍັງບໍ່ເຫັນຕົວຜູ້ກ່ຽວ ແລະ ຍັງບໍ່ຮູ້ຊາຕາກໍາ.

ຜູ້ເຫັນເຫດການໄດ້ກ່າວຕໍ່ທີມງານວຽງຈັນທາຍວ່າ: ເວລາປະມານ 8:50 ນາທີ ໄດ້ມີຜູ້ຍິງຖືພາໄດ້ຂີ່ລົດເກັງສີດໍາ (ບໍ່ຮູ້ໝາຍເລກທະບຽນ) ໄດ້ມາຊື້ເຂົ້າສານ 4 ເປົາ ແລະ ໄຂ່ 4 ແຕະ ຢູ່ຮ້ານແມ່ຂອງເດັກຊາຍຄົນດັ່ງກ່າວຢູ່ບ້ານເມືອງນ້ອຍ ແຕ່ບໍ່ທັນໄດ້ຈ່າຍ ເງິນ, ຍິງຄົນດັ່ງກ່າວໄດ້ບອກໃຫ້ທ້າວ ຕຸກຕິກ ຂຶ້ນລົດໄປກັບລາວ ເພື່ອໄປເອົາເງິນ ແຕ່ເມື່ອຂຶ້ນລົດແລ້ວທັງສອງກໍ່ໄດ້ຂີ່ລົດອອກໄປ ບໍ່ຮູ້ວ່າໄປໃສ, ຮອດປັດຈຸບັນນີ້ ຍັງບໍ່ພົບເຫັນທ້າວຕຸກຕິກເທື່ອ.

ກອງຫຼອນບ້ານເມືອງນ້ອຍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍາລັງເລັ່ງຕິດຕາມຊອກຫາເດັກຊາຍຄົນດັ່ງກ່າວ, ຖ້າມີຄວາມຄືບໜ້າຈະລາຍງານຕາມພາຍຫຼັງ. ທ່ານໃດພົບເຫັນລົດຜູ້ຕ້ອງສົງໃສ ຫຼື ເດັກນ້ອຍຕາມຮູບກະລຸນາໂທຫາເບີ 0302277349 ຈະມີການສົມມະນາຄຸນ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...