ເກັບຕົກ… Nokia ຈັດໜັກເປີດໂຕໂທລະສັບລຸ້ນໃໝ່ເຖິງ 4 ລຸ້ນ ພ້ອມການກັບມາຂອງຕຳນານ Nokia 3310!! ທີ່ງານ MWC 2017

0
2598

ເວົ້າໄດ້ວ່າການກັບມາຂອງອະດີດຍັກໃຫຍ່ໃນເທື່ອນີ້ ຈະຍັງຄົງລອງໆຕະຫຼາດກັນຢູ່ເພາະໄດ້ເປີດໂຕໂທລະສັບມາໃໝ່ເຖິງ 4 ລຸ້ນຄື: Nokia 3, 5, 6 ແລະ ອະດີດຕຳນານແບບ Nokia 3310 ທີ່ງານມະຫາກຳສິນຄ້າໄອທີລະດັບໂລກ ຫຼື Mobile World Congress (MWC) 2017 ທີ່ບາເຊໂລນາ ປະເທດສະເປນ.

ສຳລັບສະມາດໂຟນທັງ 3 ລຸ້ນທີ່ເປີດໂຕມານັ້ນ ສ່ວນໃຫຍ່ແລ້ວສະເປັກຈະຢູ່ປະມານກາງໆ ທີ່ແນ່ໃສ່ຕະຫຼາດລະດັບກາງເປັນຫຼັກນັ້ນເອງ.


ສຳລັບສະເປັກຂອງ Nokia 3 ມີດັ່ງນີ້:


  • ສັດສ່ວນເຄື່ອງ: 143.4 x 71.4 x 8.48 ມມ
  • ໜ້າຈໍ: HD, ຂະໜາດ 5 ນິ້ວ (1280 x 720 ພິກເຊວ) ມາພ້ອມຈໍໂຄ້ງ 2.5D, Corning Gorilla Glass ແລະຄວາມແຈ້ງລະດັບ 450 nits.
  • CPU: Quad-core MediaTek MT6737 1.3GHz 
  • GPU: Mali T720 MP1
  • RAM: 2GBGB 
  • ROM: 16GB ເພີ່ມກາຣ໌ດ microSD ໄດ້ 128GB 
  • ລະບົບ: Android 7.0 (Nougat) 
  • ຊິມ: Dual SIM / Single SIM
  • ກ້ອງຫຼັງ: 8 ລ້ານພິກເຊວ ມາພ້ອມ ແຟລັດ LED, f/2.0 ແລະຂະໜາດພິກເຊວ 1.12um
  • ກ້ອງໜ້າ: 8 ລ້ານພິກເຊວ ມາພ້ອມ f/2.0 ແລະຂະໜາດພິກເຊວ 1.12um 
  • ການເຊື່ອມຕໍ່: 4G LTE, WiFi 802.11 b/g/n, Bluetooth 4.0, GPS
  • ອື່ນໆ: 3.5mm audio jack, FM Radio
  • ແບັດເຕີຣີ: 2650mAh battery

ສຳລັບ Nokia 3 ແມ່ນມາພ້ອມ 4 ສີໃຫ້ເລືອກຄື: Silver White, Matte Black, Tempered Blue ແລະ Copper White. ໂດຍເປີດໂຕມາໃນລາຄາ 139 ຢູໂຣ (1.190.000 ກີບ) ແລະຈະເລີ່ມວາງຂາຍໃນຊ່ວງໄຕມາດທີ 2 ຂອງປີ 2017 ນີ້. 

——————————————-

ສຳລັບສະເປັກຂອງ Nokia 5 ມີດັ່ງນີ້:


  • ໜ້າຈໍ: IPS, HD, ຂະໜາດ 5.2 ນິ້ວ (1280 x 720 ພິກເຊວ) ພ້ອມ Corning Gorilla Glass
  • CPU: Octa-Core Snapdragon 430 1.2 GHz 
  • GPU: Adreno 505
  • RAM: 2GB 
  • ROM: 16GB ເພີ່ມ ກາຣ໌ດ microSD ໄດ້ 128GB
  • ລະບົບ: Android 7.0 (Nougat) 
  • ຊິມ: Dual SIM ແລະ Single SIM
  • ກ້ອງຫຼັງ: 13 ລ້ານພິກເຊວ ພ້ອມແຟລັດຄູ່ໂທນ LED
  • ກ້ອງໜ້າ: 8 ລ້ານພິກເຊວ
  • ເຊັນເຊີ້: ສະແກນລາຍນິ້ວມື
  • ລຳໂພງ: ອອກທາງດຽວ ພ້ອມລະບົບ Dolby Digital
  • ການເຊື່ອມຕໍ່: 4G VoLTE, WiFi 802.11 b/g/n, Bluetooth 4.0, GPS, NFC
  • ແບັດເຕີຣີ: 3000mAh

ສຳລັບ Nokia 5 ມາພ້ອມ 4 ສີໃຫ້ເລືອກ ໂດຍມີຂາຍແຍກທັງລຸ້ນຊິມດຽວ ແລະ ສອງຊິມ ເຊິ່ງມີລາຄາຢູ່ທີ່ 189 ຢູໂຣ (1.615.000 ກີບ) ແລະຈະວາງຂາຍໃນຊ່ວງໄຕມາດທີ 2 ຂອງປີນີ້.  
——————————————-

ສຳລັບສະເປັກຂອງ Nokia 6 ມີດັ່ງນີ້:


  • ສັດສ່ວນເຄື່ອງ: 154 x 75.8 x 7.8 ມມ
  • ໜ້າຈໍ: Full HD, ຂະໜາດ 5.5 ນິ້ວ (1920 x 1080 ພິກເຊວ) ມາພ້ອມຈໍໂຄ້ງ 2.5D, Corning Gorilla Glass 3 ແລະລະດັບຄວາມແຈ້ງທີ່ 450
  • CPU: Octa-Core Qualcomm Snapdragon 430 ( 4 x 1.2 GHz Cortex A53 + 4 x 1.5 GHz Cortex A53) 64-bit
  • GPU: Adreno 505
  • RAM: 3GB / 4GB LPDDR3 
  • ROM: 32GB / 64GB ເພີ່ມກາຣ໌ດ microSD ໄດ້ 128GB 
  • ລະບົບ: Android 7.1.1 (Nougat)
  • ຊິມ: Dual SIM
  • ກ້ອງຫຼັງ: 16 ລ້ານພິກເຊວ ມາພ້ອມແຟລັດຄູ່ໂທນ LED, PDAF, ຂະໜາດເຊັນເຊີ້ 1.0um, f/2.0
  • ກ້ອງໜ້າ: 8 ລ້ານພິກເຊວ ມາພ້ອມ ຂະໜາດເຊັນເຊີ້ 1.12um, f/2.0, ເລນມຸມກວ້າງ 84˚ 
  • ເຊັນເຊີ້: ສະແກນລາຍນິ້ວມື 
  • ການເຊື່ອມຕໍ່: 4G LTE, WiFi 802.11 b/g/n, Bluetooth 4.1, GPS, USB OTG
  • ອື່ນໆ: 3.5mm audio jack, Dual speakers, Dual smart amplifiers (TFA9891), Dolby Atmos
  • ແບັດເຕີຣີ: 3000mAh 

ສຳລັບ Nokia 6 ແມ່ນມີ 4 ສີໃຫ້ເລືອກຄື: Matte Black, Tempered Blue, Silver ແລະ Copper. ໂດຍເປີດໂຕມາໃນລາຄາ 229 ຢູໂຣ (1.950.000 ກີບ). ນອກຈາກນີ້ກໍມີລຸ້ນ Nokia 6 Special Edition ທີ່ເປັນສີ Arte Black ທີ່ມີ RAM 4GB + ROM 64GB ຂາຍໃນລາຄາ 299 ຢູໂຣ (2.555.000 ກີບ). ເຊິ່ງທັງໝົດນີ້ຈະເລີ່ມວາງຂາຍໃນຊ່ວງໄຕມາດທີ 2 ຂອງປີນີ້. 

——————————————-

ສຸດທ້າຍເຮົາມາຮູ້ຈັກກັບຕຳນານໂທລະສັບມືຖືຈາກບໍລິສັດ Nokia ກັນເລີຍນັ້ນກໍຄື: Nokia 3310 ທີ່ເປີດໂຕໃນປີ 2000 ແລະກໍຖືເປັນໂທລະສັບລຸ້ນໜຶ່ງທີ່ມີຄວາມທົນທານສູງ ແລະຂາຍດີໃນຕອນນັ້ນ ເຊິ່ງຍອດຂາຍທີ່ທາງ Nokia ປະກາດອອກມາຄື 126 ລ້ານເຄື່ອງ!! ແລະໃນມື້ນີ້ Nokia ກໍໄດ້ເອົາໂທລະສັບລຸ້ນນີ້ກັບມາເປີດໂຕໃໝ່ອີກຄັ້ງ ໂດຍມີການອອກແບບໃໝ່ໝົດ ເຊິ່ງຍັງຄົງໃຊ້ຊື່ວ່າ: Nokia 3310 ຄືເກົ່າ.

ສຳລັບ Nokia 3310 (2017) ນີ້ໄດ້ມີການອອກແບບ ແລະປັບປຸງໜ້າຕາມາໃໝ່ໝົດ ເປັນຕົ້ນແມ່ນໜ້າຈໍອິນເທີເຟດ ທີ່ມີຂະໜາດຈໍທີ່ 2.4 ນິ້ວ ແລະ ໃຊ້ຈໍແບບ QGVA. ໂຕເຄື່ອງມາພ້ອມ ROM 16MB ສາມາດເພີ່ມກາຣ໌ດ microSD ໄດ້ 32GB, ມາພ້ອມກ້ອງຫຼັງ 2 ລ້ານພິກເຊວ, ແຕ່ສິ່ງທີ່ໜ້າເສຍດາຍທີ່ສຸດກໍຄົງເປັນເລື່ອງທີ່ຮອງຮັບສະເພາະລະບົບ 2G ເທົ່ານັ້ນ.

ໃນເລື່ອງຂອງແບັດເຕີຣີທາງບໍລິສັດກໍເຄລມວ່າສາມາດສະແຕນບາຍໄດ້ເຖິງ 31 ມື້ ແລະໃຊ້ໂທໄດ້ເຖິງ 22 ຊົ່ວໂມງ. ເຊິ່ງສິ່ງທີ່ມາພ້ອມໂຕເຄື່ອງນັ້ນມາພ້ອມເວັບບຣາວເຊີ້ຈາກ Opera ແລະເກມງູສຸດຄລາສສິກທີ່ມີໃນ Nokia 3310 ນັ້ນເອງ. 

ສຳລັບ Nokia 3310 ແມ່ນມີ 4 ສີໃຫ້ເລືອກຄື: Glossy Yellow, Red, Matte Grey and Dark Blue. ສຳລັບຟີເຈີໂຟນລຸ້ນນີ້ຈະມີໃຫ້ເລືອກ 2 ລຸ້ນຄື: ລຸ້ນສຳລັບຊິມດຽວ ແລະລຸ້ນສຳລັບສອງຊິມ ໂດຍເປີດໂຕມາໃນລາຄາ 49 ຢູໂຣ (420.000 ກີບ) ແລະຈະວາງຈຳໜ່າຍໃນຊ່ວງໄຕມາດທີ 2 ຂອງປີນີ້.

ແຫຼ່ງຂ່າວ: 1234