Home​ຂ່າວທ່ອງທ່ຽວນັກທ່ອງທ່ຽວພາຍໃນປີ 2016 ຫຼຸດລົງຫຼາຍເກືອບ 10% ເມື່ອທຽບກັບປີ 2015.

ນັກທ່ອງທ່ຽວພາຍໃນປີ 2016 ຫຼຸດລົງຫຼາຍເກືອບ 10% ເມື່ອທຽບກັບປີ 2015.

Published on

ໜັງສືພິມລາວພັດທະນາ ລາຍງານເມື່ອວັນທີ 01 ມີນາ 2017 ນີ້ວ່າ ສະຫຼຸບຕົວເລກນັກທ່ອງທ່ຽວພາຍໃນປີ 2016 ທີ່ເຂົ້າມາທ່ຽວລາວ ຫຼຸດລົງຫຼາຍເກືອບ 10% ເມື່ອທຽບກັບປີ 2015.

ທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມພັດທະນາການທ່ອງທ່ຽວກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ໃນວັນທີ 28 ກຸມພາ 2017 ທີ່ຜ່ານມາວ່າ: ປີ 2016 ຜ່ານມາ, ຕົວເລກນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃນປີ 2016 ມີປະມານ 4,2 ລ້ານຄົນ ແລະ ເມື່ອທຽບກັບປີ 2015 ທີ່ມີປະມານ 4,6 ລ້ານຄົນ, ເຫັນວ່າຫລຸດລົງຫລາຍເກືອບ 10% ຫລື ປະມານ 4 ແສນຄົນ, ຊຶ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈາກປະເທດອາເມລິກາ ແລະ ບັນດາປະເທດອາຊຽນ, ໂດຍສາເຫດທີ່ພາໃຫ້ຈໍານວນນັກທ່ອງທ່ຽວຫລຸດລົງນີ້ແມ່ນມີທັງປັດໄຈທັງພາຍໃນ ແລະ ພາຍນອກ ຄື: ປະເທດເຮົາບໍ່ທັນມີການພັດທະນາຜະລິດຕະພັນການທ່ອງ ທ່ຽວໃໝ່, ການອໍານວຍຄວາມສະດວກໃນການເຂົ້າ-ອອກຍັງບໍ່ທັນເຮັດບໍ່ທັນໄດ້ດີ, ສິ່ງດຶງດູດ ຫລື ການບໍລິການນັກທ່ອງທ່ຽວຍັງມີຂອດຈໍາກັດ, ການໂຄສະນາຕະຫລາດທ່ອງທ່ຽວຍັງເຮັດໄດ້ໜ້ອຍບໍ່ສາມາດເຂົ້າເຖິງກຸ່ມເປົ້າ ໝາຍໄດ້ດີເທົ່າທີ່ຄວນ, ບວກກັບບັນດາປະເທດອ້ອມຂ້າງໄດ້ເອົາໃຈໃສ່ຢ່າງຈິງຈັງຕໍ່ວຽກງານທ່ອງທ່ຽວ ແລະ ລາຄາການທ່ອງທ່ຽວຖືກກວ່າອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...