spot_img
Homeຂ່າວຕ່າງປະເທດເກຣັກ ບັນລຸຂໍ້ຕົກລົງງົບປະມານກັບ EU ແລະ IMF ແລ້ວ!

ເກຣັກ ບັນລຸຂໍ້ຕົກລົງງົບປະມານກັບ EU ແລະ IMF ແລ້ວ!

Published on

625140-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມິຖຸນານີ້ວ່າ  ເກຣັກ ໄດ້ບັນລຸຂໍ້ຕົກລົງເລື່ອງເປົົ້າໝາຍງົບປະມານ ປະຈຳປີ 2015 ກັບ EU ແລະ IMF ແລ້ວ ໂດຍໂຄສົກຂອງສະຫະພາບເອີຣົບໄດ້ກ່າວວ່າ EU ແລະ IMF ໄດ້ຍອມຫລຸດຜ່ອນເງື່ອນໄຂໃນການປະຕິຮູບເສດຖະກິດໃຫ້ກັບເກຣັກ ເພື່ອໃຫ້ສາມາດບັນລຸຂໍ້ຕົກລົງດັ່ງກ່າວນີ້ ເຮັດໃຫ້ທ່າທີ່ໃນການເຈລະຈາເພື່ອການປ່ອຍເງິນຊ່ວຍເຫລືອຈຳນວນທີ່ເຫລືອໃຫ້ແກ່ລັດຖະບານເກຣັກ ສຳລັບນຳໃຊ້ເຂົ້າໃນການຊຳລະໜີ້ເງິນກູ້ຂອງ EU ແລະ IMF ເຊິ່ງມີກຳນົດຊຳລະພາຍໃນທ້າຍເດືອນມິຖູນານີ້ ຜ່ານພົ້ນໄປດ້ວຍດີ, ແນວໃດກໍຕາມ ບັນຫາທີ່ນັກວິເຄາະເສດຖະກິດໂລກ ໄດ້ຕັ້ງຂຶ້ນເພື່ອຈັບຕາວິກິດການທາງການເງິນຂອງເກຣັກໃນຕໍ່ໜ້າ ເຖິງແມ່ນວ່າຈະສາມາດບັນລຸຂໍ້ຕົກລົງດັ່ງກ່າວໄດ້ແລ້ວກໍຕາມ ແຕ່ເລື່ອງການປະຕິບັດຕາມຂໍ້ຕົກລົງດັ່ງກ່າວນີ້ ລັດຖະບານເກຣັກ ຈະສາມາດເຮັດໄດ້ສຳເລັດ ຫລື ບໍ່ນັ້ນ ຍັງເປັນສິ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ຕິດຕາມຕໍ່ໄປ.

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...