spot_img
Homeອະນິເມະຮູ້ຈັກກັບປະເພນີ Shudo ຂອງນັກຮົບຊາມູໄຣ ຫຼືປະເພນີຊາຍຮັກຊາຍ

ຮູ້ຈັກກັບປະເພນີ Shudo ຂອງນັກຮົບຊາມູໄຣ ຫຼືປະເພນີຊາຍຮັກຊາຍ

Published on

ຊາຍໄດ້ຊາຍຄືຍອດຊາຍ! ເບິ່ງຄືວ່າຄຳນີ້ຈະບໍ່ໄດ້ເປັນມຸກຕະຫຼົກທຳມະດາແລ້ວ ເມື່ອໃນປະເທດຍີ່ປຸ່ນສະໄໝ ຊ່ວງເຊນໂກຄຸ (1647-1603) ຈົນຮອດຊ່ວງເອໂດະ (1603-1868) ຄຳເວົ້ານີິຈະມີຄວາມໝາຍທີ່ປ່ຽນໄປຫຼາຍເລີຍ ເພາະໃນຍຸກນັ້ນມີປະເພນີທີ່ເອີ້ນວ່າ: “Shudo” ຫຼືກໍຄືປະເພນີຊາຍຮັກຊາຍຂອງຊາມຸໄຣນັ້ນເອງ. 

     Shudo ແມ່ນປະເພນີຂອງຊາມູໄຣເຊິ່ງປະກອບດ້ວຍ ຊາມູໄຣອາວຸໂສໂດຍຈະຖືກເອີ້ນວ່າ: Nenja ແລະ ຊາມູໄຣເດັກໜຸ່ມໂດຍຈະຖືກເອີ້ນວ່າ: Wakashu. ໂດຍທັງຄູ່ນັ້ນຈະມີຄວາມສຳພັນອັນສະໜິດແໜ້ນ ແລະເລິກເຊິ່ງ (ເຖິງຂັ້ນອັນນັ້ນພຸ້ນລະ… ^^) ເຊິ່ງເຮັດໃຫ້ການຖ່າຍທອດທັກສະການເປັນນັກຮົບຈາກອາຈານສູ່ລູກສິດສາມາດເຮັດໄດ້ດີຂຶ້ນເຊິ່ງຈຸດນີ້ຈະຕ່າງກັບຊາຍຮັກຊາຍແບບທົ່ວໆໄປເພາະ Shudo ນັ້ນຖືເປັນເລື່ອງຂອງກຽດສັກສີຂອງຊາມູໄຣນຳ ໂດຍທັງຄູ່ຈະມີຄວາມຜູກພັນກັນເຖິງຂະໜາດຕາຍແທນກັນໄດ້ເລີຍ. 

     ສຳລັບ Nenja ແລະ Wakashu ຈະມີຄູ່ກັນພຽງຄົນດຽວສະເໝີ ໂດຍໃນເລື່ອງຂອງເພດສຳພັນນັ້ນຈະຢຸດລົງເມື່ອຊາມູໄຣທີ່ໜຸ່ມກວ່າອາຍຸຮອດກຳນົດ (ຄືກາຍເປັນຜູ້ໃຫຍ່ແລ້ວນັ້ນເອງ) ເຊິ່ງຄວາມສຳພັນຈະປ່ຽນກາຍເປັນມິດສະຫາຍແທນ. ໂດຍ Nenja ຜູ້ເສຍ Wakashu ໄປກໍສາມາດຫາຊາມູໄຣໜຸ່ມຄົນໃໝ່ມາແທນໄດ້ ແລະ Wakashu ທີ່ເຕີບໃຫຍ່ເປັນ Nenja ແລ້ວກໍສາມາດຫາ Wakashu ຂອງຕົນເອງໄດ້ເຊັ່ນກັນ. ຢ່າງໃດກໍຕາມພວກເຂົາທັງຄູ່ກໍບໍ່ໄດ້ຖືກຫ້າມໃນການມີເພດສຳພັນກັບຜູ້ຍິງແຕ່ຢ່າງໃດ ເຊິ່ງສຸດທ້າຍປະເພນີກໍໄດ້ຫາຍໄປຕາມການເວລາພ້ອມກັບການໝົດຍຸກຊາມູໄຣນັ້ນເອງ.

ແຫຼ່ງຂ່າວ: online station

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...