ຮູບເງົາ Avatar ຈະມີເພີ່ມອີກ 4 ພາກແລະຈະສາຍຮອດປີ 2023

0
1652

ເຈມ ຄາເມຣອນ (James Cameron) ໄດ້ປະກາດຂ່າວເຊີໄພຣອອກມາໃນມື້ນີ້ໃນລະຫວ່າງໄປຮ່ວມງານ CinemaCon 2016 ເມື່ອຮອດຄິວຂອງຄ່າຍໜັງແບບ 20th Century Fox ກໍໄດ້ນຳສະເໜີໜັງ ດ້ວຍການບອກວ່າ Avatar ທີ່ແຕ່ກ່ອນນັ້ນຈະມີພຽງ 3 ພາກ, ແຕ່ວ່າຕອນນີ້ຂະຫຍາຍເປັນ 5 ພາກແລ້ວ (ນັບພາກທຳອິດນຳ). ໂດຍທີ່ໜັັງ Avatar ພາກ 2 ນີ້ຈະອອກສາຍໃນຊ່ວງຄຣິສມາດປີ 2018 ແລະພາກຕໍ່ໆໄປກໍຈະເຂົ້າສາຍໃນວັັນຄຣິສມາດອີກໃນປີ 2020, 2022 ແລະ 2023. ພ້ອມນີ້ຍັງໄດ້ເປີດໂຕໂລໂກ້ຂອງໜັງຢ່າງເປັນທາງການອີກນຳ

image