spot_img
Homeໜັງໃໝ່ຮູບເງົາແນວແອັກຊັ່ນຟອມເດືອດຢ່າງ "John Wick" ມີແຜນສ້າງເປັນເວີຊັ່ນ ຊີຣີ້

ຮູບເງົາແນວແອັກຊັ່ນຟອມເດືອດຢ່າງ “John Wick” ມີແຜນສ້າງເປັນເວີຊັ່ນ ຊີຣີ້

Published on

ມີແວວວ່າ ຮູບເງົາແນວແອັກຊັ່ນຟອມເດືອດຢ່າງ “John Wick” ເລື່ອງລາວຂອງນັກຂ້າສີມືລະດັບເທບທີ່ພ້ອມລຸຍແຫຼກແບບຍິງເປັນຍິງ ຕາຍເປັນຕາຍ ສີມືການສະແດງຂອງ “ຄີອານູ ຣີຟສ໌” ຊຸບເປີສະຕາຣ໌ ແຫ່ງວົງການ ຮໍລິວູດ ສຸດເທ້ຈະບໍ່ຢຸດພຽງແຕ່ພາກສອງ ແລະ ວົງການຈໍເງິນເທົ່ານັ້ນ ເມື່ອຜູ້ກຳກັບເປີດເຜີຍວ່າທາງຄ້າຍ Lionsgate ສົນໃຈສ້າງ “John Wick” ຕໍ່ດ້ວຍການເປັນຊີຣີ້ລົງຈໍແກ້ວ (ໂທລະທັດ)

ຫຼັງປະສົບຄວາມສຳເລັດເກີນຄາດໃນພາກທຳອິດ ແລະ ພາກທີສອງຢ່າງ “John Wick : Chapter Two” ເຊິ່ງມີແຜນກຳນົດເຂົ້າສາຍໃນໂຮງຮູບເງົາເມືອງໄທ ວັນທີ 6 ກຸມພານີ້ ແຕ່ສຳລັບໂຮງຮູບເງົາບ້ານເຮົາຍັງບໍ່ມີແຜນກຳນົດສາຍ ແຕ່ຄາດວ່າຈະໄວ່ໆນີ້ ເຊິ່ງປັດຈຸບັນໄດ້ເລີ່ມມີການລົມກັນເຖິງແຜນຈະສ້າງ John Wick ເວີຊັ່ນຊີຣີ້ກັນແລ້ວ ເຊິ່ງຄາດວ່າຈະເປັນການເລົ່າເລື່ອງລາວເຫດການທີ່ເກີດຂຶ້ນກ່ອນທີ່ເຮົາຈະໄດ້ຊົມໃນເວີຊັ່ນຮູບເງົາ

ໂດຍຜູ້ກຳກັບສາຍບູ້ ຢ່າງ “ແຊດ ສະຕາເຮສກີ້” ໃຫ້ສຳພາດກັບເວັບໄຊ SlashFilm ວ່າທາງຄ້າຍ Lionsgate ມີຄວາມສົນໃຈສ້າງ John Wick ໃຫ້ເປັນຊີຣີ້ ເຊິ່ງເປັນເລື່ອງທີ່ໄດ້ໃຊ້ຄວາມຄິດສ້າງລົງໄປ ເພາະເຂົາເຫັນວ່າການເປັນຊີຣີ້ຈະສາມາດຂະຫຍາຍຄວາມສິ່ງຕ່າງໆ ໄດ້ຫຼາຍກວ່າການເຮັດຮູບເງົາທີ່ຍາວ 2 ຊົ່ວໂມງ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...