spot_img
Homeຂ່າວຕ່າງປະເທດຮືຮາ! ຍິງຖືພາຊາວອາຟການິດສະຖານເກີດລູກເທິງເຄື່ອງບິນ ຊີ-17 ກາງອາກາດ

ຮືຮາ! ຍິງຖືພາຊາວອາຟການິດສະຖານເກີດລູກເທິງເຄື່ອງບິນ ຊີ-17 ກາງອາກາດ

Published on

ເກີດເຫດບໍ່ຄາດຝັນເທິງເຄື່ອງບິນ ຊີ-17 ຂອງກອງທັບສະຫະລັດອາເມລິກາ ຂະນະລຳລຽງຊາວອາຟການິດສະຖານຫຼາຍຮ້ອຍຊີວິດອອກຈາກນະຄອນຫຼວງກາບູນ, ປະເທດອາຟການິດສະຖານ ກໍມີແມ່ຍິງຖືພາທ້ອງແກ່ລາຍໜຶ່ງເກີດອາການເຈັບທ້ອງກະທັນຫັນພ້ອມໃຫ້ກຳເນີດລູກນ້ອຍເທິງຍົນທີ່ກຳລັງບິນກາງອາກາດ ກ່ອນຈະລົງຈອດທີ່ຖານທັບໃນເຢຍລະມັນພ້ອມນຳສົ່ງສອງແມ່ລູກເຂົ້າໂຮງໝໍຢ່າງປອດໄພ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 22 ສິງຫາ, ທາງເຟດບຸກເພດຈ໌ Air Mobility Command ຫຼື ກອງບັນຊາການຂົນສົ່ງທາງອາກາດສະຫະລັດອາເມລິກາໄດ້ເຜີຍແພ່ພາບການຊ່ວຍເຫຼືອແມ່ຍິງຖືພາທີ່ເຈັບທ້ອງພ້ອມເກີດລູກເທິງເຄື່ອງບິນ. ເບື້ອງຕົ້ນ, ແມ່ຍິງຄົນດັ່ງກ່າວມີອາການແຊກຊ້ອນຍ້ອນຄວາມດັນເລືອດຕໍ່າ ເຮັດໃຫ້ກັບຕັນຍົນຕັດສິນໃຈຄວບຄຸມເຄື່ອງບິນໃຫ້ຕໍ່າລົງກວ່າ 10,000 ຟຸດ ເພື່ອເພີ່ມຄວາມດັນອາກາດພາຍໃນຍົນ ທັງເປັນການຊ່ວຍຮັກສາສະເຖຍລະພາບ ແລະ ຊ່ວຍຊີວິດແມ່ໄດ້.

ທັນທີທີ່ເຄື່ອງບິນລຳດັ່ງກ່າວລົງຈອດທີ່ຖານທັບອາກາດໃນເຢຍລະມັນ, ທັງເຈົ້າໜ້າທີ່ ແລະ ທີມງານແພດກໍໄດ້ຮີບຮ້ອນເຂົ້າຊ່ວຍເຫຼືອສອງແມ່ລູກພ້ອມນຳສົ່ງຕົວໄປໂຮງໝໍທີ່ຢູ່ໃກ້ຄຽງຢ່າງປອດໄພ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...