spot_img
Homeວັນນະກຳ"ຮັກນີ້ນິລັນດອນ" ໄດ້ລາງວັນວັນນະກຳສ້າງສັນດີເດັ່ນ 2016

“ຮັກນີ້ນິລັນດອນ” ໄດ້ລາງວັນວັນນະກຳສ້າງສັນດີເດັ່ນ 2016

Published on

“ຮັກນີ້ນິລັນດອນ” ນະວະນິຍາຍ ຊະນະໃຈກໍາມະການໄດ້ລາງວັນວັນນະກໍາສ້າງສັນ (ລາງວັນສິນໄຊ) 2016 ເປັນໜຶ່ງໃນ 200 ກວ່າຜົນງານທີ່ສົ່ງເຂົ້າປະກວດຈາກທົ່ວປະເທດ.
ປີ 2016 ນີ້ມີບັນດານັກປະພັນນັກກະວີທີ່ສົ່ງບົດເລື່ອງສັ້ນ, ຍາວ ແລະກາບກອນວະວີເຂົ້າແຂ່ງຂັນທັງໝົດ 205 ບົດ, ໃນນັ້ນ ມີເລື່ອງສັ້ນ 84 ບົົດ, ກະວີ 112 ບົດ ແລະນະວະນິຍາຍ 9 ບົດ ພິທີປະກາດຜົນລາງວັນໄດ້ ມີຂຶ້ນເມື່ອວັນທີ 4 ພະຈິກຜ່ານມາທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນເຈົ້າພາບຮ່ວມກັນ ຂອງຄະນະວາລະສານວັນນະສິນຮ່ວມ ກັບສາມາຄົມນັກປະພັນລາວ ຊຶ່ງໄດ້ຮັບການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງ ທ່ຽວ, ທ່ານ ທອງໃບ ໂພທິສານ ນັກກະວີ ລາງວັນຊີໄຣ ສີລະປິນດີເດັ່ນສາຂາວັນນະກຳ ແລະທັງເປັນຮອງຫົວໜ້າຫ້ອງ ການກະຊວງຖະແຫຼງຂ່າວວັດທະນະ ທຳ ແລະທ່ອງທ່ຽວປະທານສາມາຄົມ ນັກປະພັນລາວ ແລະພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ຂໍ້ມູນໃຫ້ຮູ້ວ່າ: ການຕັດສິນລາງວັນເລື່ອງສັ້ນ, ບົດກະວີ ແລະນະວະນິຍາຍ ແມ່ນໄດ້ຕັດສິນເປັນສອງຮອບ ໂດຍໄດ້ຄັດເລືອກແຕ່ລະປະເພດຄືຈາກເລື່ອງສັ້ນທັງໝົດທີ່ສົ່ງມາ 84 ບົດ ເຂົ້າຮອບ 38 ບົດ, ບົດກະວີຈາກ 112 ບົດ ເຂົ້າຮອບ 59 ບົດ ແລະບົດນະວະນິຍາຍຈາກ 9 ບົດເຂົ້າຮອບ 6 ບົດ, ຜ່ານການລວມຄະແນນຕົວຈິງຜົນການຕັດສິນອອກມາຄື: ປະເພດເລືອງຍາວ (ນະວະນິຍາຍ) ທີ່ໄດ້ຮັບລາງວັນຊະນະເລີດມີ 267 ຄະແນນ, ໄດ້ແກ່: ຮັກນີ້ນິລັນດອນ ໂດຍທິບ ພະເກສອນ ດວງຈັກ, ເລື່ອງສັ້ນຊະນະ ເລີດໄດ້ແກ່: ແພງຢ່າງ ໂດຍແສງຈັນ ສຸກຂະເສມ, ບົດກະວີ ຊະນະເລີດມີຊື່ວ່າ “ຈຳປາລາວປະດັບຊາດ” ໂດຍຊາຍຄໍາ ຈາປາອຸທຸມ, ທັງ 3 ລາງວັນຊະນະເລີດນີ້ ແມ່ນໄດ້ຮັບເງິນສົດ 4 ລ້ານກີບ ພ້ອມໂລ້ລາງວັນ ແລະໃບຢັ້ງຢືນ ເພື່ອເປັນກຽດຕິຄຸນ.

ທ່ານ ສຸບັນ ຫຼວງລາດ ນັກກະວີລາງ ວັນແມ່ນ້ຳຂອງຫົວໜ້າສູນວັດທະນະທຳ ເດັກກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍເພື່ອສົ່ງເສີມການປະດິດຄິດແຕ່ງຂອງນັກປະພັນນັກກະວີ ໃຫ້ນຳໃຊ້ຄວາມຮູ້ຄວາມສາມາດ ແລະພອນສະຫວັນຂອງຕົົນເຂົ້າໃນການປະກອບສ່ວນສ້າງສັນບົດປະພັນວັນນະຄະດີ ແລະປະກອບສ່ວນໃຫ້ວົົງການວັນນະກຳລາວນັບມື້ອຸດົມສົມບູນ, ທັງເຮັດໜ້າທີ່ເປັນເວທີສົ່ງເສີມການປະພັນວັນນະຄະດີເປັນການປຸກລະດົມການປະດິດຄິດ ແຕ່ງດ້ານວັນນະກຳໃຫ້ເປັນຂະບວນຟົດຟື້ນ ແລະຂະຫຍາຍຕົວຢ່າງກວ້າງຂວາງ ຕໍ່ເນື່ອງຮັບປະກັນການເພີ່ມຂຶ້ນທາງດ້ານຄຸນນະພາບ ແລະມີປະລິມານໃຫ້ນັບມື້ນັບຫຼາຍຂຶ້ນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...