ຮອງເຈົ້າແຂວງຈຳປາສັກ ຕ້ອນຮັບ ເອກອັກຄະລັດຖະທູດ ຟິລິບປິນ ປະຈຳລາວ

0
624

ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ນາງ ດີນາ ຈອນ ດິ ອາມາຕອງ ເອກອັກຄະລັດຖະທູດ ແຫ່ງ ສ ຟິລິບປິນ ປະຈໍາ ສປປ ລາວ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແຂວງຈຳປາສັກ ໃນວັນທີ 26 ກັນຍາ 2022.

ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືອັນເຕັມໄປດ້ວຍໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ລາວ ແລະ ຟິລິບປິນ ຕະຫຼອດໄລຍະຜ່ານມາ ກໍຄື ການສົ່ງເສີມການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ແຮງງານ ແລະ ດ້ານຕ່າງໆໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.

ຈາກນັ້ນ, ທ່ານ ນາງ ດີນາ ຈອນ ດິ ອາມາຕອງ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານຮອງເຈົ້າແຂວງຈຳປາສັກ ແລະ ຄະນະ ທີ່ໃຫ້ການຕ້ອນຮັບ, ພ້ອມທັງໄດ້ໃຫ້ຂໍ້ມູນ ທີ່ ສຳຄັນກ່ຽວກັບສະພາບຈຸດພິເສດ ແລະ ທ່າແຮງຂອງແຂວງຈຳປາສັກ ທີ່ເປັນເງື່ອນໄຂອັນດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນ ແລະ ຊຸກຍູ້ການຮ່ວມມື ໃຫ້ເຂັ້ມແຂງຮອບດ້ານ ລະຫວ່າງ ສອງປະເທດ ສ ຟິລິບປິນ ແລະ ສປປ ລາວ ກໍຄື ຂັ້ນທ້ອງຖິ່ນ ໃຫ້ມີບາດກ້າວຂະຫຍາຍຕົວ ແໜ້ນແຟ້ນຍິ່ງໆຂຶ້ນ.

ແຫຼ່ງຂ່າວ ປະເທດລາວ