Homeຂ່າວຕ່າງປະເທດອະດີດນາງງາມມຽນມາໄດ້ບ່ອນລີ້ໄພແລ້ວ

ອະດີດນາງງາມມຽນມາໄດ້ບ່ອນລີ້ໄພແລ້ວ

Published on

ອະດີດນາງງາມມຽນມາ ໄດ້ຮັບສະຖານະເປັນຜູ້ລີ້ໄພໃນການາດາແລ້ວ ຫຼັງຈາກຖືກກັກໂຕທີ່ສະໜາມບິນສຸວັນນະພູມ ປະເທດໄທ ແລະ ຖືກຫ້າມເຂົ້າປະເທດໃນອາທິດແລ້ວນີ້.

ທະຫານມຽນມາອອກໝາຍຈັບ ເນື່ອງຈາກລາວໄດ້ເວົ້າຕໍ່ຕ້ານລັດທະບານທະຫານ ຂະນະທີ່ຢູ່ເທິງເວທີໃນຖານະໜຶ່ງໃນຜູ້ເຂົ້າປະກວດຮອບ 20 ຄົນສຸດທ້າຍໃນການປະກວດ ມີສແກຣນດຼ ອິນເຕີແນເຊິນນໍ (Miss Grand International).

ແຫຼ່ງຂ່າວດ້ານຄວາມໝັ້ນຄົງ ກ່າວວ່າ ນາງ ທໍ່ ນານດາ ອ່ອງ ຫຼື ຮັນ ເລ ຜູ້ເຂົ້າປະກວດ Miss Grand International ຂອງປີທີ່ຜ່ານມານນີ້ ຈະເດີນທາງອອກຈາກປະເທດໄທດ້ວຍທ່ຽວບິນ KE652 ຂອງ Korean Air ໃນວັນອັງຄານນີ້ແລ້ວ.

The Miss Grand International ມຽນມາ ປີ 2020 ຈະພັກປ່ຽນເຮືອບິນທີ່ເກົາຫຼີໃຕ້ ແລະ ປ່ຽນໄປເປັນທ່ຽວບິນ KE652 ເພື່ອເດີນທາງໄປໂຕລອນໂຕ ປະເທດການາດາ ໃນຄືນວັນອັງຄານ.

ມີລາຍງານວ່າ ນາງ ຮັນ ເລ ໄດ້ຍື່ນຂໍລີ້ໄພກັບ ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ  (UNHCR) ໃນປະເທດໄທ ຫຼັງຈາກທີ່ລາວໄດ້ຖືກປະຕິເສດບໍ່ໃຫ້ເຂົ້າປະເທດເມື່ອລາວກັບຈາກດານັງ ປະເທດຫວຽດນາມໃນອາທິດແລ້ວ.

ແຫຼ່ງຂ່າວຈາກລັດຖະບານທະຫານມຽນມາ ກ່າວວ່າ ອາດຈະໄດ້ຖອນໜັງສືຜ່ານແດງຂອງ ນາງ ຮັນ ເລ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...