spot_img
Homeຂ່າວເຫດການຮອງນາຍົກລົງຊີ້ນຳວຽກງານເກັບອາກອນມູນຄ່າເພີ່ມຢູ່ດ່ານຂົວມິດຕະພາບ 1

ຮອງນາຍົກລົງຊີ້ນຳວຽກງານເກັບອາກອນມູນຄ່າເພີ່ມຢູ່ດ່ານຂົວມິດຕະພາບ 1

Published on

ໃນວັນທີ 3 ພະຈິກຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ, ໄດ້ເຮັດວຽກຢູ່ດ່ານພາສີສາກົນຂົວມິດຕະພາບ1 ເພື່ອຕິດຕາມການເກັບລາຍຮັບເຂົ້າງົບປະມານ, ພ້ອມທັງໄດ້ຊີ້ນຳການຈັດຕັ້ງປະຕິບັດການເກັບອາກອນມູນຄ່າເພີ່ມຢູ່ດ່ານດັ່ງ ກ່າວ.
ຫົວໜ້າດ່ານພາສີດັ່ງກ່າວ ໄດ້ລາຍງານໃຫ້ທ່ານຮອງນາຍົກຊາບວ່າ: ດ່ານພາສີສາກົນຂົວມິດຕະພາບ1 ປະກອບມີ 3 ຈຸງານຄື: ຈຸງານຄຸ້ມຄອງພາຫະນະຜູ້ໂດຍສານ, ຈຸງານສາງ-ກວດກາສິນຄ້າ ແລະ ຈຸງານຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ. ຜ່ານການຈັດຕັ້ງປະຕິບັດການຈັດເກັບອາກອນມູນຄ່າເພີ່ມ 10% ມາຮອດປັດຈຸບັນມີຄວາມພ້ອມຮ້ອຍສ່ວນຮ້ອຍເຊັ່ນ: ເຈົ້າໜ້າທີ່ພາສີປະຈຳດ່ານໄດ້ຮັບການຝຶກອົບຮົມ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບຂັ້ນຕອນ ແລະ ການຈັດຕັ້ງປະຕິບັດ, ການຈັດເກັບພາສີຜ່ານລະບົບອີເລັກໂຕຣນິກ, ຜ່ານການຈັດຕັ້ງປະຕິບັດຕົວຈິງພຽງ 3 ວັນ (ວັນທີ 1-3 ພະຈິກ2016), ມີລົດເຂົ້າມາເສຍອາກອນມູນຄ່າເພີ່ມ 32 ຄັນ, ໄດ້ເງິນເຂົ້າງົບປະມານ 2,2 ລ້ານກວ່າກີບ.

ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີໄດ້ກ່າວຊົມເຊີຍ ແລະ ໃຫ້ທິດຊີ້ນຳດ່ານພາສີສາກົນຂົວມິດຕະພາບ 1 ໃຫ້ນໍາໃຊ້ທ່າແຮງຂອງດ່ານວ່າ: ການເກັບລາຍຮັບພາສີຕ້ອງລະອຽດ, ຖືກຕ້ອງຕາມລະບຽບການ, ພະນັກງານຕ້ອງມີຈັນຍາບັນ, ຮັບປະກັນການເກັບລາຍຮັບບໍ່ໃຫ້ຕົກເຮຍເສຍຫາຍ, ທັງຮັບປະກັນຄວາມປອດໄພ, ສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນຜູ້ທຽວໄປມາ, ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ເນັ້ນໃຫ້ພະນັກງານທີ່ກ່ຽວຂ້ອງປະຕິບັດຢ່າງເຂັ້ມງວດ, ການໃຫ້ຄຳແນະນຳແກ່ປະຊາຊົນໃນການແຈ້ງອາກອນມູນຄ່າເພີ່ມຢ່າງຖືກຕ້ອງ, ໂດຍສະເພາະການປັບປຸງຂະຫຍາຍຊ່ອງເລນລົດສ່ວນຕົວ ຂາເຂົ້າຈາກ 5 ຊ່ອງເປັນ 8 ຊ່ອງ ແລະຂະຫຍາຍສະຖານທີ່ຮອງຮັບຕ່າງໆ, ເພື່ອຮັບປະກັນຄວາມສະດວກປອດໄພ, ວ່ອງໄວທັນການ, ຫລີກລ່ຽງການສວຍ ໂອກາດເພື່ອຜົນປະໂຫຍດສ່ວນຕົວ ແນໃສ່ຍົກສູງສະຕິໃນການຈັດຕັ້ງປະຕິບັດກົດໝາຍໃຫ້ສູງຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...