spot_img
Home​ຂ່າວທ່ອງທ່ຽວຮອງນາຍົກລັດຖະມົນຕີ ຊຸກຍູ້ກິດຈະການທ່ອງທ່ຽວນ້ຳກັດ ຢູ່ແຂວງອຸດົມໄຊ

ຮອງນາຍົກລັດຖະມົນຕີ ຊຸກຍູ້ກິດຈະການທ່ອງທ່ຽວນ້ຳກັດ ຢູ່ແຂວງອຸດົມໄຊ

Published on

11211485_807204606042209_1863336157_o

      ວັນທີ 31 ພຶດສະພາແລ້ວນີ້, ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກ ພ້ອມຄະນະໄດ້ໄປຢ້ຽມຢາມ ແຫລ່ງທ່ອງທ່ຽວນ້ຳກັດ ໂຢລະປ່າ ຢູ່ແຂວງອຸດົມໄຊ ເຊິ່ງນຳ ພາໂດຍທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງ ອຸດົມໄຊພ້ອມການນຳຂອງແຂວງ ແລະ ໄດ້ຮັບການຕ້ອນ ຮັບຈາກທ່ານ ສົມເພັດ ມ້າວປະເສີດ ປະທານບໍລິ ສັດແຟເຊັດ ພ້ອມພະ ນັກງານ ຢ່າງອົບອຸ່ນ.

ໃນໂອກາດເດີນທາງຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກໄດ້ເຂົ້າຊົມສູນຂໍ້ມູນຂ່າວສານຂອງສະຖານທີ່ທ່ອງທ່ຽວ ພ້ອມທັງ ຮັບຟັງການແນະນຳກິດຈະກຳການທ່ອງທ່ຽວ ແລະ ຮັບຊົມສາລະຄະດີກ່ຽວກັບຄວາມເປັນມາຂອງໂຄງການຕາດນ້ຳກັດ

ໂຢລະປ່າ ເຊິ່ງ ສ້າງຂຶ້ນຈາກແນວຄິດຂອງທ່ານ ສົມເພັດ ມ້າວປະເສີດ ທີ່ຢາກອະນຸລັກ ແລະ ປົກປັກຮັກສາຊັບພະຍາກອນ ທຳມະຊາດໃນເຂດປ່າ ສະຫງວນພູຫີຜີແຫ່ງນີ້ໃຫ້ຄົງໄວ້ຄວາມອຸດົມສົມບູນຕະຫລອດໄປ ຈຶ່ງໄດ້ພັດທະນາຕາດນ້ຳກັດໃຫ້ ກາຍເປັນແຫລ່ງທ່ອງທ່ຽວທາງທຳມະ ຊາດທີ່ສວຍສົດງົດງາມ ແລະ ປະຊາຊົນສາມາດມີສ່ວນຮ່ວມ. ຈາກນັ້ນ ທ່ານຮອງ ນາຍົກພ້ອມຄະນະໄດ້ຂີ່ລົດຊົມທຳມະຊາດ, ຍ່າງປ່າ ຊົມຄວາມອຸດົມສົມບູນຂອງປ່າໄມ້, ໄຕ່ຂົວອູ່ໄປສຳຜັດກັບບັນຍາກ າດທຳມະຊາດນ້ຳຕົກຕາດນ້ຳກັດ, ຢ້ຽມຊົມບ້ານ ຊົນເຜົ່າກຶມມຸ ເຊິ່ງເປັນກິດຈະກຳ ໜຶ່ງຂອງການທ່ອງທ່ຽວໃນໂຄງ ການນ້ຳກັດໂຢລະປ່າ ເຊິ່ງປະຊາ ຊົນພາຍໃນບ້ານໄດ້ປະກອບ ສ່ວນເຂົ້າໃນການ ທ່ອງທ່ຽວຫລາຍກິດຈະກຳ ເປັນຕົ້ນການ ດຳລົງຊີວິດຂອງຊົນເຜົ່າແບບ ດັ້ງເດີມ, ການຜະລິດກະສິກຳແບບດັ້ງເດີມ, ການສະແດງສິລະ ປະວັນນະຄະດີຂອງຊົນເຜົ່າ ເຊິ່ງເປັນກິດຈະກຳທີ່ສ້າງລາຍຮັບເພີ່ມໃຫ້ແກ່ປະຊາຊົນ. ຈາກນັ້ນ ກໍໄດ້ໄປຢ້ຽມຊົມສວນເຮືອນຮົມປູກ ໝາກລະແຊ໋ງ ແລະ ປູກຜັກແບບທຳມະຊາດປອດສານພິດຂອງໂຄງການທີ່ພວມລິເລີ່ມ ເພື່ອຈະນຳໃຊ້ເຂົ້າໃນການປະກອບອາຫານ ໃຫ້ແກ່ແຂກ ທີ່ມາທ່ຽວ. ຂະນະດຽວກັນຍັງໄດ້ທ່ຽວຊົມລີສອດນ້ຳກັດທີ່ອອກ ແບບຢ່າງງົດງາມ ແລະ ທັນສະໄໝປະສົມປະສານກັບ ທຳມະຊາດ.

ທ່ານປະທານບໍລິສັດແຟແຊັດ ໃຫ້ຮູ້ວ່າ: ໃນໄລຍະເປີດທົດລອງນີ້ ແມ່ນໄດ້ຮັບການຕອບຮັບດີຫລາຍຈາກ ນັກທ່ອງ ທ່ຽວໂດຍສະ ເພາະລາຍການທ່ຽວມື້ໜຶ່ງໄປກັບຕາດນ້ຳກັດ, ສ່ວນນັກທ່ອງທ່ຽວຕ່າງປະເທດແມ່ນ ນິຍົມກິດຈະກຳແບບ ທ້າທາຍຫລາຍກວ່າ ແລະ ໃນຕໍ່ໜ້ານີ້ ຍັງຈະສືບຕໍ່ພັດທະນາໂຄງການດັ່ງກ່າວໃຫ້ໄປຕາມແຜນກຳນົດໄວ້.

 

ຂອບໃຈຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...