spot_img
Homeຂ່າວທ້ອງຖິ່ນຮສສ ຄາດຄະເນງົບປະມານເງິນອຸດໜູນປະກັນສັງຄົມແກ່ຜູ້ວ່າງງານຫຼາຍກວ່າ 48 ຕື້ກີບຕໍ່ເດືອນ

ຮສສ ຄາດຄະເນງົບປະມານເງິນອຸດໜູນປະກັນສັງຄົມແກ່ຜູ້ວ່າງງານຫຼາຍກວ່າ 48 ຕື້ກີບຕໍ່ເດືອນ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຄາດຄະເນວ່າຈະມີຜູ້ອອກແຮງງານປະມານ 96.174 ຄົນ ທີ່ຢຸດພັກໃນໄລຍະນີ້ ຖ້າຫາກຈະໃຫ້ເງິນອຸດໜູນໄລຍະການຢຸດງານຜູ້ລະ 5 ແສນກີບຕໍ່ເດືອນ ໄລຍະ 2 ເດືອນ (ເດືອນພຶດສະພາ ແລະ ມິຖຸນາ) ຈະຕ້ອງໃຊ້ງົບປະມານຫຼາຍກວ່າ 48 ຕື້ກີບ ຕໍ່ເດືອນ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນຳສະເໜີບົດລາຍງານຜົນການຄົ້ນຄວ້ານະໂຍບາຍ ແລະ ມາດຕະການຊ່ວຍເຫຼືອກຸ່ມເປົ້າໝາຍ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສະບັບເລກທີ 1115/ຮສສ ລົງວັນທີ 11 ເມສາ 2020. ການຄົ້ນຄວ້າແມ່ນອີງໃສ່ພື້ນຖານຜົນສຳຫລວດກຳລັງແຮງງານ ຄັ້ງທີ II ໃນປີ 2017 ມີການຈ້າງງານນອກລະບົບ ຈຳນວນ 269.000 ຄົນ ທີ່ເປັນໄວໜຸ່ມ ແລະ ປະມານ 1.185.000 ຄົນ ເປັນຜູ້ໃຫຍ່, ອາໄສຢູ່ຊົນນະບົດ 869.000 ຄົນ ແລະ ໃນຕົວເມືອງ 584.000 ຄົນ.

ພ້ອມກັນນັ້ນ, ໃນໄລຍະການລະບາດຂອງພະຍາດໂຄວິດ-19 ໄດ້ມີແຮງງານລາວ ທີ່ອອກແຮງງານຢູ່ປະເທດໄທ ແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍເດີນທາງກັບຄືນປະເທດເປັນຈຳນວນຫຼາຍ ໂດຍຜ່ານຊ່ອງທາງຕ່າງໆ. ໃນນັ້ນ, ແຮງງານລາວເຮັດວຽກຢູ່ປະເທດໄທ ທີ່ຖືກຕ້ອງຕາມກົດໝາຍ ແຕ່ປີ 2016-2019 ມີທັງໝົດ 213.477 ຄົນ. ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດ ມີທັງໝົດ 116.979 ຄົນ, ເຊິ່ງຄາດຄະເນວ່າຈະມີຜູ້ອອກແຮງງານປະມານ 96.174 ຄົນ ທີ່ຢຸດພັກໃນໄລຍະນີ້ ຖ້າຫາກຈະໃຫ້ເງິນອຸດໜູນໄລຍະການຢຸດງານຜູ້ລະ 5 ແສນກີບຕໍ່ເດືອນ ໄລຍະ 2 ເດືອນ (ເດືອນພຶດສະພາ ແລະ ມິຖຸນາ) ຈະຕ້ອງໃຊ້ງົບປະມານຫຼາຍກວ່າ 48 ຕື້ກີບຕໍ່ເດືອນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...