spot_img
Homeຂ່າວການພັດທະນາອໍານາດການປົກຄອງແຂວງສາລະວັນໄດ້ອອກລະບຽບສັ່ງກວດກາປັດສະວາພະນັກງານ ແລະ ເຈົ້າໜ້າທີ່ລັດພາຍໃນແຂວງ

ອໍານາດການປົກຄອງແຂວງສາລະວັນໄດ້ອອກລະບຽບສັ່ງກວດກາປັດສະວາພະນັກງານ ແລະ ເຈົ້າໜ້າທີ່ລັດພາຍໃນແຂວງ

Published on

ອໍານາດການປົກຄອງທົ່ວແຂວງສາລະວັນມີສັ່ງສໍາກວດກາຍ່່ຽວ ຫລືື ປັດສະວາພະນັກງານ ແລະ ເຈົ້າໜ້າທີ່ລັດຮີບດ່ວນ: ຜົນປະກົດວ່າມີພະນັກງານ-ເຈົ້າໜ້າທີ່ລັດຫລາຍຄົນກ່ຽວກັບຢາເສບຕິດ
+ຂັ້ນຕອນຕໍ່ໄປຕ້ອງໃສ່ວິໄນ ແລະ ໄລ່ອອກຈາກວຽກດ່ວນ
+ນີ້ແມ່ນຕະການເລືອກເອົາຄົນດີມີຄຸນນະພາບເພື່ອສ້າງຄົນສ້າງຊາດ
+ສະນັ້ນຍາດຕິພີ່ນ້ອງ ແລະ ພໍ່ແມ່ຂອງຜູ້ປົກຄອງຕ້ອງຮັບຮູ້ ແລະ ເຂົ້າໃຈວ່າຜິດກໍຄືຜິດ, ຖືກກໍຄືຖືກ
———————–

ຕາມແຫລ່ງຂ່າວທ້ອງຖິ່ນໄດ້ມີການເປີດເຜີຍອາທິດນີ້ວ່າ: ອໍານາດການປົກຄອງແຂວງສາລະວັນໄດ້ອອກລະບຽບສັ່ງກວດກາປັດສະວາພະນັກງານ ແລະ ເຈົ້າໜ້າທີ່ລັດພາຍໃນແຂວງຂອງຕົນເປັນການຮີບດ່ວນ ພາຍຫລັງສົ່ງໃສວ່າມີການໃຊ້ຢາເສບຕິດໃນຖັນແຖວຂອງພະນັກງານ. ການກວດຫາສານເສບຕິດຄັ້ງນີ້ແມ່ນມາດຕະການໜຶ່ງເພື່ອຫລຸດຜ່ອນບັນຫາຫຍໍ້ທໍ້ ແລະ ກໍາຈັດໄພສັງຄົມໃຫ້ຫລຸດໜ້ອຍຖອຍລົງ ພ້ອມນີ້ກໍຍັງເປັນການສະແຫວງຫາຄົນດີມີຄຸນນະພາບເພື່ອເປັນກໍາລັງສໍາຄັນໃນການສ້າງສາພັດທະນາປະເທດໃຫ້ມີຄວາມຜາສຸກ ແລະ ປະເທດຊາດຈະເລີ່ນຮຸ່ງເຮືອງຂຶ້ນເປັນກ້າວ.

ຈາກຜົນຂອງການກວດກາຄັ້ງດັ່ງກ່າວສາມາດເຫັນວ່າມີພະນັກງານ-ເຈົ້າໜ້າທີ່ລັດຫລາຍຄົນກ່ຽວຂອ້ງກັບຢາເສບຕິດຍ້ອນນໍ້າປັດສະວາກາຍເປັນສີມ້ວງ ແລະ ເຈົ້າໜ້າທີ່ຈະໄດ້ສືບຕໍ່ປະຕິບັດວິໄນ ແລະ ໄລ່ອອກຈາກວຽກ.
2 ເດື່ອນມານີ້, ປະຊາຊົນພາຍໃນແຂວງສາລະວັນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈອໍານາດປົກຄອງສາລະວັນຢ່າງສຸດໃຈ ໃນກໍລະນີ ເຮັດແທ້ທໍາຈິງກ່ຽວກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງເລກ 15 ຂອງທ່ານນາຍົກວ່າດ້ວຍການຫ້າມສົ່ງອອກໄມ້ ແລະ ຂຸດຄົ້ນເປັນຮູບປະທໍາຢ່າງແທ້ຈິງ, ເຮັດໃຫ້ສະພາບການຂຸດຄົ້ນໄມ້ ແລະ ຕັດໄມ້ເຖື່ອນມິດງຽບດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງຈົບງາມ.

ໂດຍ: ສອດສ່ອງ

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...