spot_img
Homeຂ່າວການສຶກສາອົດສະຕາລີ ມອບປຶ້ມແບບຮຽນພາສາອັງກິດ ໃຫ້ລາວ 16 ພັນຊຸດ ພ້ອມກຽມແຈກຢາຍໃຫ້ທົ່ວປະເທດ

ອົດສະຕາລີ ມອບປຶ້ມແບບຮຽນພາສາອັງກິດ ໃຫ້ລາວ 16 ພັນຊຸດ ພ້ອມກຽມແຈກຢາຍໃຫ້ທົ່ວປະເທດ

Published on

ພິທີມອບ-ຮັບອຸປະກອນແບບຮຽນພາສາອັງກິດ ຈາກລັດຖະບານອົດສະຕາລີ ໃຫ້ແກ່ ສປປ ລາວ ຈໍານວນ 16 ພັນຊຸດ ໄດ້ມີຂຶ້ນໃນວັນທີ 18 ຕຸລານີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານເອກອັກຄະລັດຖະທູດອົດສະຕາລີປະຈໍາລາວ ຈອນ ວຽນລ້ຽມ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ.

ອຸປະກອນແບບຮຽນດັ່ງກ່າວປະກອບມີ: ປື້ມແບບຮຽນ, ປື້ມຄູ່ມືຄູ ແລະ ແຜ່ນຊີດີ ທີ່ພັດທະນາດ້ານຫລັກສູດການຮຽນ-ການສອນສໍາລັບພະນັກງານ, ຄູ ແລະ ນັກຮຽນ ລວມທັງຫລັກສູດອາຊຽນ ແລະ ແບບຮຽນດັ່ງກ່າວ ຈະໄດ້ແຈກຢາຍໃຫ້ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນຕ່າງໆ ແລະ ສະຖາບັນການສຶກສາອາຊີວະທົ່ວປະເທດໃນມໍ່ໆນີ້ ເພື່ອນໍາໃຊ້ແທນແບບຮຽນພາສາອັງກິດຊຸດເກົ່າ ທີ່ລັດຖະບານອົດສະຕາລີ ເຄີຍໄດ້ຊ່ວຍເຫລືອ ແຕ່ປີ 2005.

ທ່ານທູດອົດສະຕາລີ ກ່າວວ່າ: ການຊ່ວຍເຫລືອແບບຮຽນພາສາອັງກິດໃນເທື່ອນີ້ ເປັນພຽງສ່ວນໜຶ່ງໃນແຜນງານຂອງລັດຖະບານອົດສະຕາລີ ເພື່ອຊ່ວຍພັດທະນາຊັບພະຍາກອນມະນຸດໃນລາວ. ນອກຈາກນີ້ ໃນແຕ່ລະປີອົດສະຕາລີ ຍັງໄດ້ສະໜອງທຶນສຶກສາທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ລາວ ເປັນຈໍານວນບໍ່ໜ້ອຍ, ເນື່ອງຈາກວ່າການສຶກສາເປັນປັດໄຈພື້ນຖານ ຂອງການພັດທະນາປະເທດເວົ້າລວມ, ເວົ້າສະເພາະການຮຽນພາສາອັງກິດໃນປັດຈຸບັນ ກໍຍິ່ງມີຄວາມຕ້ອງການຢ່າງສູງ ເພາະວ່າເປັນພາສາທາງການສາກົນ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າລັດຖະບານ ກໍຄືປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານອົດສະຕາລີ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ເຊິ່ງຈະເປັນປະໂຫຍດໃຫຍ່ຫລວງ ຕໍ່ການພັດທະນາຊັບພະຍາກອນມະນຸດຂອງລາວ ສູງຂຶ້ນອີກບາດກ້າວໜຶ່ງ ແລະ ປະເທດລາວໄດ້ເປັນສະມາຊິກອາຊຽນ, ສະນັ້ນການຮຽນພາສາອັງກິດແມ່ນມີຄວາມສໍາຄັນຈໍາເປັນ ສໍາລັບພະນັກງານ, ນັກຮຽນ-ນັກສຶກສາ ໃນທຸກຂົງເຂດວຽກງານ ເພື່ອໃຫ້ສາມາດສື່ສານເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...