spot_img
Homeຂ່າວເຫດການອົງຄະນະພັກທະນາຄານແຫ່ງ ສປປ ລາວໄຂກອງປະຊຸມໃຫຍ່ຄັ້ງທີ III

ອົງຄະນະພັກທະນາຄານແຫ່ງ ສປປ ລາວໄຂກອງປະຊຸມໃຫຍ່ຄັ້ງທີ III

Published on

Meeting

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກທະນາຄານແຫ່ວ ສປປ ລາວ, ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 7-8 ພຶດສະພານີ້, ໂດຍການເປັນປະ ທານຂອງສະຫາຍ ສົມພາວ ໄຟສິດ ເລຂາຄະນະພັກ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ໂດຍໄດ້ຮັບກຽດເຂົ້າຮ່ວມຂອງສະຫາຍ ດຣ ປຸນປອນ ບຸດຕະນະວົງ ກຳມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາສະ ຫາຍຄະນະພັກທະນາຄານແຫ່ງ ສປປ ລາວ, ພະນັກງານອາວຸ ໂສບໍານານ, ມີຜູ້ແທນສົມບູນຈຳນວນ 113 ສະຫາຍທີ່ເປັນ ຕົວແທນໃຫ້ແກ່ສະມາຊິກພັກອ້ອມຂ້າງທະນາຄານແຫ່ງ ສປປ ລາວ ຈຳນວນ 638 ສະຫາຍເຂົ້າຮ່ວມ.

ສະຫາຍເລຂາຄະນະພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງລາຍງານການເມືອງຕໍ່ທີ່ປະ ຊຸມວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ຂະແໜງທະນາຄານສາມາດຍາດໄດ້ຜົນງານຫລາຍດ້ານເປັນຕົ້ນ: ດ້ານການ ເມືອງແນວ ຄິດຂອງສະມາຊິກພັກ, ພະນັກງານລັດຖະກອນມີຄວາມເຊື່ອໝັ້ນໜັກແໜ້ນ, ອຸ່ນອ່ຽນທຸ່ນທ່ຽງ ແລະ ເປັນເອກະພາບ

ຕໍ່ແນວທາງການນຳພາຂອງພັກ-ລັດ, ຖັນແຖວພະນັກງານມີບາດກ້າວເຕີບໃຫຍ່ຂະຫຍາຍຕົວນັບ ທັງດ້ານປະລິມານ ແລະ ຄຸນນະພາບ, ສາມາດຕອບສະໜອງໄດ້ໜ້າທີ່ການເມືອງໃນໄລຍະໃໝ່, ສຳລັບດ້ານວິຊາ ສະເພາະແມ່ນຍັງຮັກສາໄດ້ສະ ຖຽນລະພາບທາງດ້ານການເງິນ, ອັດຕາເງິນເຟີຢູ່ໃນລະດັບຕົວເລກດຽວ, ລະບົບທະນາຄານ ແລະ ສະຖາບັນການເງິນກໍໄດ້ ເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ ເຊັ່ນກັນ.

ນອກນີ້, ກອງປະຊຸມຍັງໄດ້ມີການຄົ້ນຄວ້າພິຈາລະນາຮ່າງບົດສຳຫລວດການນຳພາຂອງຄະນະພັກສະໄໝທີ II, ເຊິ່ງມີທັງດ້ານດີທີ່ຕັ້ງໜ້າ ແລະ ດ້ານອ່ອນຄົງຄ້າງໃນໄລຍະຜ່ານມາ ແລະ ສິ່ງສຳຄັນແມ່ນຈະໄດ້ໃຊ້ສິດປະຊາທິປະ ໄຕປ່ອນບັດຄັດເລືອກເອົາຄະນະພັກທະນາຄານແຫ່ງ ສປປ ລາວ ສະໄໝທີ III ເພື່ອຊີ້ນຳ-ນຳພາການຈັດຕັ້ງ ປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ກໍຄືການພັດທະນາວຽກງານທະນາຄານແຫ່ງ ສປປ ລາວໃນຕໍ່ໜ້າ, ນອກຈາກນີ້, ຈະໄດ້ຄັດເລືອກເອົາຜູ້ແທນສົມບູນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ​ປະຕິວັດ​ລາວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...