spot_img
Homeຂ່າວຕ່າງປະເທດອົງການອະນາໄມໂລກ ຮຽກຮ້ອງປະເທດທີ່ລໍ້າລວຍ ຢ່າຟ້າວສັກວັກຊີນເຂັມສາມ

ອົງການອະນາໄມໂລກ ຮຽກຮ້ອງປະເທດທີ່ລໍ້າລວຍ ຢ່າຟ້າວສັກວັກຊີນເຂັມສາມ

Published on

ສໍານັກຂ່າວ ແຊນເນວນິເອເຊຍ ລາຍງານວ່າ ວັນທີ 4 ສິງຫາ 2021 ດຣ.ເທດຣອສ ອັດຮານອມ ເກເບເຍຊຸສ (Tedros Adhanom Ghebreyesus) ຜູ້ອໍານວຍການ ອົງການອະນາໄມໂລກ (WHO) ໄດ້ອອກມາຮຽກຮ້ອງ ສໍາລັບບັນດາປະເທດ ໃຫ້ເລື່ອນແຜນການສັກຢາວັກຊີນ COVID-19 ເຂັມທີ 3 ເປັນຢ່າງໜ້ອຍ ໄປຈົນຮອດທ້າຍເດືອນກັນຍາ ເພື່ອນຳເອົາວັກຊີນໄປໃຫ້ປະເທດທີ່ທຸກຍາກ ແລະ ເຊື່ອວ່າການເຮັດແນວນັ້ນ ແມ່ນຈະຊ່ວຍໃຫ້ທຸກປະເທດ ມີປະຊາກອນທີ່ໄດ້ຮັບວັກຊີນຢ່າງໜ້ອຍໃຫ້ໄດ້ 10% ຂອງປະຊາກອນທັງໝົດ.

ການຮຽກຮ້ອງຂອງ ດຣ.ເກເບເຍຊຸສ ເກີດຂຶ້ນຫຼັງຈາກຫຼາຍປະເທດ ລວມທັງ ອິດສະຣາແອນ ແລະ ເຢຍລະມັນ ປະກາດແຜນສັກວັກຊີນເຂັມທີ 3 ໃຫ້ແກ່ປະຊາຊົນ, ຂະນະທີ່ປັດຈຸບັນ ປະເທດທີ່ມີລາຍໄດ້ໜ້ອຍຍັງບໍ່ສາມາດເຂົ້າເຖິງວັກຊີນ ໂດຍມີສະເລ່ຍພຽງ 1,5 ໂດສ ຕໍ່ ປະຊາກອນ 100 ຄົນເທົ່ານັ້ນ ເນື່ອງຈາກພາວະຂາດແຄນວັກຊີນ ເກີດຈາກປະເທດທີ່ລໍ້າລວຍຈັດຫາວັກຊີນມາເກັບໄວ້ ເກີນປະລິມານທີ່ຈໍາເປັນຕ້ອງນໍາໃຊ້.

ປັນຫາການຂາດແຄນວັກຊີນ ກໍາລັງສົ່ງຜົນກະທົບຢ່າງໜັກຕໍ່ປະເທດລາຍໄດ້ໜ້ອຍ ເຊັ່ນ ປະເທດໄຮຕິ ເຊິ່ງຍັງບໍ່ມີປະຊາກອນທີ່ໄດ້ຮັບວັກຊີນຄົບ 2 ໂດສ ເລີຍພຽງແຕ່ຄົນດຽວ, ສ່ວນອິນໂດເນເຊຍ ເຊິ່ງອັດຕາການຕິດເຊື້ອ ແລະ ການເສຍຊີວິດແມ່ນຂຶ້ນສູງໃນຊ່ວງສອງສາມເດືອນທີ່ຜ່ານມາ ຍ້ອນການລະບາດຂອງໂຄວິດ-19 ສາຍພັນເດວຕ້າ, ເຊິ່ງມີພຽງ 7,9% ຂອງປະຊາກອນເທົ່ານັ້ນ ທີ່ໄດ້ຮັບວັກຊີນຄົບ 2 ໂດສ.

ໃນທາງກັບກັນ ອິດສະຣາແອນ ເລີ່ມມີການສັກສັກວັນຊີນ ເຂັມທີ 3 ໃຫ້ແກ່ຜູ້ມີອາຍຸ 60 ປີຂຶ້ນໄປ ສ່ວນເຢຍລະມັນ ມີປະກາດເມື່ອວັນທີ 3 ສິງຫາ ວ່າພວກເຂົາຈະເລີ່ມສັກວັກຊີນເຂັມທີ 3 ໃຫ້ກັບປະຊາຊົນ ໂດຍໃຊ້ວັກຊີນຂອງ ໄຟເຊີ້ ແລະ ໂມເດີນາ.

ຂະນະທີ່ອາເມລິກາ ເຖິງວ່າຈະຍັງບໍ່ທັນມີນະໂຍບາຍການສັກວັກຊີນເຂັມທີ 3 ແຕ່ພວກເຂົາກໍມີວັກຊີນ ຫຼາຍທີ່ຈະສາມາດບໍລິຈາກໃຫ້ກັບປະເທດອື່ນໆ ແລະ ຮັບປະກັນໄດ້ວ່າ ອາເມລິກາ ຈະມີວັກຊີນພຽງພໍໃຫ້ກັບປະຊາຊົນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...