spot_img
Homeຂ່າວພາຍ​ໃນອົງການອະນາໄມໂລກເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງຊົ່ວຄາວ

ອົງການອະນາໄມໂລກເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງຊົ່ວຄາວ

Published on

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວກ່ຽວກັບການກີນຢາຂ້າແມ່ທ້ອງໃນໂຮງຮຽນ ທີ່ເກີດຜົນຂ້າງຄຽງຂອງຢາ ໃນວັນທີ 25 ມິຖຸນາ 2020 ນີ້ ອັນເນື່ອງມາຈາກ ເປັນສາເຫດເຮັດໃຫ້ມີອາການມຶນເມົາຫລັງຈາກກິນເຂົ້າໄປ. ສະນັ້ນ, ຂໍໃຫ້ບອກຕໍ່ໆກັນເພື່ອປ້ອງກັນໃຫ້ທັນເວລາ ແລະ ໃຫ້ຕິດຕາມອາຫານລູກຊາຍຂອງທ່ານ ຫາກເຂົາເຈົ້າໄດ້ກິນຢານັ້ນແລ້ວ.

ການຈັດຕັ້ງການກີນຢາໃນໂຮງຮຽນຄັ້ງນີ້ເລີ່ມຕົ້ນແຕ່ວັນທີ 16 ມິຖຸນາ 2020 ເປັນຕົ້ນມາໃນຂອບເຂດທົ່ວປະເທດ, ມາຮອດວັນທີ 24 ມິຖຸນາ 2020 ໄດ້ຮັບລາຍງານຈາກເມືອງ, ແຂວງ ມີນ້ອງນັກຮຽນເກີດຜົນຂ້າງຄຽງພາຍຫຼັງກີນຢາຂ້າແມ່ທ້ອງ ຈຳນວນ 231 ຄົນ (ນະຄອນຫຼວງ 220 ຄົນ ແລະ ແຂວງຈຳປາສັກ 11 ຄົນ), ເຊີ່ງນັກຮຽນ ທັງໝົດມີອາການແບບເບົາບາງ ເຊັ່ນ: ເຈັບຫົວ, ວິນຫົວ, ປວດຮາກ, ຮາກ ແລະ ຖອກທ້ອງ. ອາການຂອງນັກຮຽນ ທັງໝົດແມ່ນຫາຍດີໝົດທຸກຄົນແລ້ວ, ສະພາບເຊົ້ານີ້ຍັງມີບາງແຂວງລາຍງານກໍລະນີໃໝ່ ເຂົ້າມາທາງທີມງານຈະຕິດຕາມ ແລະ ກວດກາຢ່າງໃກ້ຊິດຕື່ມ.

ຕໍ່ເຫດການທີ່ເກີດຂຶ້ນ ທີ່ມີນ້ອງນັກຮຽນມີການຂ້າງຄຽງ ພາຍຫຼັງກິນຢາຂ້າແມ່ທ້ອງ ແລະໄປປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ກະຊວງສາທາ ຮ່ວມກັນກັບກະຊວງສຶກສາ ແລະ ອົງການອະນາໄມໂລກ ໄດ້ຮີບຮ້ອນສົ່ງທີມງານວິຊາການ ລົງໄປເກັບກຳຂໍ້ມູນ ແລະ ສອບສວນເຫດການດັ່ງກ່າວ.

ພາຍຫຼັງການປຶກສາຫາລືກັນລະຫວ່າງທີມງານທີ່ຮັບຜິດຊອບວຽກງານການຢາຍຢາຂ້າແມ່ທ້ອງ ແລະ ອົງການອະນາໄມໂລກ ແມ່ນເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງເປັນການຊົ່ວຄາວ ເພື່ອດຳເນີນການສອບສວນຕໍ່ເຫດການດັ່ງກ່າວ ແລະກວດກາຄືນຄຸນະພາບຢາຂ້າແມ່ທ້ອງທີ່ແຈກຢາບໃນ ສປປ ລາວ ໂດຍຮ່ວມກັບອົງການອະນາໄມໂລກ ເຊິ່ງຈະໄດ້ສົ່ງຢາໄປກວດຢູ່ ສສ ຫວຽດນາມ. ພວກເຮົາຈະມີການໃຫ້ຂໍ້ມູນຂ່າວສານແກ່ພໍ່ແມ່ຜູ້ປົກຄອງຕື່ມພາຍຫຼັງໄດ້ຮັບຜົນການກວດກາຄຸນນະພາບຢາແລ້ວ.

 

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...