spot_img
Homeຂ່າວຕ່າງປະເທດອົງການອະນາໄມໂລກເປີດເຜີຍ ມີຄົນຂ້າໂຕຕາຍໃນທຸກໆ 40 ວິນາທີ

ອົງການອະນາໄມໂລກເປີດເຜີຍ ມີຄົນຂ້າໂຕຕາຍໃນທຸກໆ 40 ວິນາທີ

Published on

 

ອົງການອະນາໄມໂລກເປີດເຜີຍ ທຸກໆ 40 ວິນາທີ ຈະມີຄົນຂ້າໂຕຕາຍ 1 ຄົນ ສະເລ່ຍປີລະກ່ວາ 800,000 ຄົນ

ພ້ອມເນັ້ນຢ້ຳ ເປັນປັນຫາໃຫຍ່ດ້ານສາທາລະນະສຸກ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 5 ກັນຍານີ້ວ່າ ອົງການອະນາໄມໂລກ (WHO) ເປີດເຜີຍລາຍງານ

ຜົນຂອງການວິໄຈໂດຍພົບວ່າ ທຸກໆ 40 ວິນາທີ ຈະມີມະນຸດ 1 ຄົນ ເສຍຊີວິດຈາກການຂ້າໂຕຕາຍ ໂດຍຊີ້ໃຫ້

ເຫັນເປັນປັນຫາດ້ານສາທາລະນະສຸກຂະໜາດໃຫຍ່ ທີ່ບົ່ມຊ້ອນມາດົນນານ ໂດຍ WHO ຕ້ອງການຫຼຸດອັດຕາ

ການຂ້າໂຕຕາຍລົງ 10% ພາຍໃນປີ 2020, ແຕ່ມີພຽງ 28 ປະເທດເທົ່ານັ້ນ ທີ່ມີການວາງແຜນຍຸດທະສາດເພື່ອ

ປ້ອງກັນຄົນຂ້າໂຕຕາຍໂດຍສະເພາະ.

 

WHO ລະບຸວ່າ ຈາກການວິເຄາະການວິໄຈ ແລະ ຂໍ້ມູນເລື່ອງການຂ້າໂຕຕາຍທົ່ວໂລກ ຕະຫຼອດ 10 ປີມານີ້ ພົບ

ວ່າ ໃນແຕ່ລະປີຈະມີຄົນຂ້າໂຕຕາຍປະມານ 800,000 ຄົນ ເປັນສາເຫດການເສຍຊີວິດສູງສຸດອັນດັບທີ 2 ຂອງ

ຄົນໜຸ່ມທີ່ມີອາຍຸລະຫວ່າງ 15 – 29 ປີ, ຜູ້ທີ່ມີອາຍຸເກີນ 70 ປີ ມີແນວໂນ້ມຂ້າໂຕຕາຍສູງທີ່ສຸດ ແລະ 3/4 ຂອງ

ຜູ້ຂ້າໂຕຕາຍ ແມ່ນຢູ່ໃນປະເທດທີ່ມີລາຍໄດ້ຕ່ຳ ຫຼື ລາຍໄດ້ປານກາງ, ສ່ວນປະເທດທີ່ຮັ່ງມີ ອັດຕາການຂ້າໂຕ

ຕາຍຂອງຜູ້ຊາຍຈະສູງກ່ວາຜູ້ຍິງ 3 ເທົ່າ.

 

WHO ລະບຸວ່າ ການຈຳກັດການເຂົ້າເຖິງອາວຸດປືນ ແລະ ສານເຄມີເປັນພິດ ແມ່ນມີສ່ວນຫຼຸດຜ່ອນອັດຕາການ

ຂ້າໂຕຕາຍ ແລະ ການປະກາດແຜນຍຸດທະສາດແຫ່ງຊາດ ເພື່ອຫຼຸດຜ່ອນການຂ້າໂຕຕາຍ ກໍສາມາດຫຼຸດຜ່ອນ

ໄດ້ເຊັ່ນດຽວກັນ.

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...