spot_img
Homeຂ່າວຕ່າງປະເທດອົງການທ່ອງທ່ຽວໄທ ຈັບມືຫ້າງສັບພະສິນຄ້າດັງ Shopping ໃນຊຸດໄທ ໄດ້ຫລຸດລາຄາພິເສດ!

ອົງການທ່ອງທ່ຽວໄທ ຈັບມືຫ້າງສັບພະສິນຄ້າດັງ Shopping ໃນຊຸດໄທ ໄດ້ຫລຸດລາຄາພິເສດ!

Published on

Thailand-Grand-Sale-2

ເວັບໄຊ Kapook.com ຂອງໄທ ໄດ້ລາຍງານໃນວັນທີ 31 ພຶດສະພາຜ່ານມານີ້ວ່າ ອົງການທ່ອງທ່ຽວແຫ່ງປະເທດໄທ ໄດ້ຮ່ວມມືກັບຫ້າງສັບພະສິນຄ້າຊັ້ນນຳທົ່ວປະເທດ ສ້າງຂະບວນການໃສ່ຊຸດໄທໄປຊັອບປິ້ງ ເປັນເວລາ 2 ເດືອນເຕັມ ນັບຕັ້ງແຕ່ວັນທີ 18 ມິຖຸນາ ໄປຈົນເຖິງວັນທີ 18 ສິງຫານີ້ ເພື່ອຮັບສ່ວນຫລຸດພິເສດ ພ້ອມກັບບັດຂອງຂັວນຕ່າງໆ.

ແຫລ່ງຂ່າວໄດ້ລະບຸວ່າ ໂຄງການດັ່ງກ່າວນີ້ແມ່ນກວມເອົາຫ້າງຊັບພະສິນຄ້າຊັ້ນນຳ ໃນຂອບເຂດທົ່ວປະເທດເຊັ່ນຫ້າງ ເດິມໍກຣຸບ ເຊັນທຣັນ ໂຣບິນສັນ ໄດ້ຈັດໃຫ້ມີການຫລຸດລາຄາ ແລະ ແຈກບັດຂອງຂັວນໃຫ້ແກ່ລູກຄ້າຄົນໄທ ແລະ ຊາວຕ່າງປະເທດ ທີ່ພາກັນແຕ່ງຊຸດໄທມາຈັບຈ່າຍໃຊ້ສອຍພາຍໃນຫ້າງ ໃນໄລຍະງານ “Amazing Thailand Grand Sale 2015” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 18 ມິຖຸນາ – 18 ສິງຫານີ້.

ທັງນີ້ ການຈັດໂຄງການດັ່ງກ່າວ ແມ່ນເພື່ອສ້າງສີສັນເອກະລັກຂອງປີທ່ອງທ່ຽວວິຖີໄທ ເຊິ່ງຕ້ອງການໃຫ້ນັກທ່ອງທ່ຽວຕ່າງປະເທດ ໄດ້ຮັບຮູ້ເຖິງການແຕ່ງກາຍຊຸດໄທບູຮານ ແລະ ທັງເປັນການຊຸກຍູ້ໃຫ້ປະເທດໄທ ກາຍເປັນສູນກາງການຄ້າ ແລະ ການທ່ອງທ່ຽວໃນອາຊຽນອີກດ້ວຍ.

Thailand-Grand-Sale

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...