spot_img
Homeຂ່າວຕ່າງປະເທດອຸບັດຕິເຫດ ເຣລິຄອບເຕີ ແບັກຫວອກ 2 ລຳບິນຕຳກັນກາງອາກາດ

ອຸບັດຕິເຫດ ເຣລິຄອບເຕີ ແບັກຫວອກ 2 ລຳບິນຕຳກັນກາງອາກາດ

Published on

ໃນວັນທີ 30 ມີນາ 2023 ຜ່ນມາ, ກອງທັບສະຫະລັດ ເປີດເຜີຍວ່າ: ອຸບັດຕິເຫດ ເຣລິຄອບເຕີ ແບັກຫວອກ 2 ລຳບິນຕຳກັນກາງອາກາດ ລະຫວ່າງການຝຶກຊ້ອມຕອນກາງຄືນໃນວັນພຸດ ທີ 29 ມີນາ 2023 ຜ່ານມາ, ເຮັດໃຫ້ຜູ້ໂດຍສານເຮລິຄອບເຕີທັງ 2 ລຳ ເສີຍຊີວິດລວມທັງໝົດ 9 ຄົນ ນັບວ່າເປັນອຸບັດຕິດເຫດໃນການຝຶກຊ້ອມທີ່ເຮັດໃຫ້ມີຄົນເສຍຊີວິດຫຼາຍ ທີ່ສຸດໃນຮອບຫຼາຍປີ.

ສຳນັກຂ່າວຮອຍເຕີລະບຸວ່າ: ເຮືອບິນທັງ 2 ລຳຕຳກັນກ່ອນທີ່ຈະຕົກລົງໃນເຂດພຶ້ນທີ່ໂລ່ງ ໃນເຂດ ທິກ ເຄົາຕີ ລັດເຄນຕັກກີ. ສຳລັບເຮືອບິນເຮລິຄອບເຕີ ແບັກຫວອກ ທີ່ປະສົບອຸບັດຕິເຫດ ມາຈາກກອງບິນ 101 ລຸ້ນ HH-60 ຊຶ່ງອອກແບບມາໃຊ້ໃນການສະໜັບສະໜູນກອງທັບຫຼາາຍຮູບແບບ ລວມໄປເຖິງການໂຈມຕີທາງອາກາດ ແລະ ການອົບພະຍົບ ທາງການແພດ.

ທັງນີ້ ທ່ານ ລອຍ ອອສຕິນ ລັດຖະມົນຕີປ້ອງກັນຄວາມສະຫົງບສະຫະລັດ ກ່າວ ສະແດງຄວາມເສຍໃຈຕໍກັບຄອບຄົວຜູ້ເສຍຊີວິດ ແລະ ເຂົາກຳລັງເຮັດວຽກຮ່ວມກັບກອງທັບເພື່ອໃຫ້ແນ່ໃຈວ່າ ຄອບຄົວຜູ້ເສຍຊີວິດຈະໄດ້ຮັບການດູແລທີ່ພວກເຂົາຕ້ອງການ.

ທີ່ມາ: ຮອຍເຕີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...