spot_img
Homeຂ່າວອຸບັດຕິເຫດອຸບັດຕິເຫດໃນມື້ບຸນປີໃໝ່ ມີຄົນເສຍຊີວິດ 26 ຄົນ

ອຸບັດຕິເຫດໃນມື້ບຸນປີໃໝ່ ມີຄົນເສຍຊີວິດ 26 ຄົນ

Published on

5 ວັນອັນຕະລາຍ ສະຫຼອງປີໃໝ່ ສາກົນປີນີ້ ມີຜູ້ເສຍຊີວິດ 26 ຄົນໃນໄລຍະ 5 ວັນອັນຕະລາຍ(29 ທັນວາ 2022 ຫາ 2 ມັງກອນ 2023) ຂອງການສະເຫຼີມສະຫຼອງປີໃໝ່ສາກົນ 2023 ທົ່ວປະເທດ ໄດ້ເກີດອຸບັດເຫດ 190 ຄັ້ງ, ມີຜູ້ບາດເຈັບ 311 ຄົນ, ເສຍຊີວິດທັງໝົດ 26 ຄົນ, ພາຫະນະເປ່ເພ 323 ຂັນ; ໃນນັ້ນແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 26 ຄັ້ງ, ເສຍຊີວິດ 5 ຄົນ; ສະຫວັນນະເຂດ 22 ຄັ້ງ, ເສຍຊີວິດ 5 ຄົນ; ຫຼວງພະບາງ 19 ຄັ້ງ, ບໍລິຄຳໄຊ 14 ຄັ້ງເຊິ່ງສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດ ແມ່ນຍ້ອນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ. ຢ່າງໃດກໍຕາມ ເມື່ອສົມທຽບຈຳນວນອຸບັດເຫດທີ່ເກີດຂຶ້ນໃນປີນີ້ ກັບປີຜ່ານມາແມ່ນຫລຸດລົງ 7 ຄັ້ງ ແລະ ເສຍຊີວິດຫລຸດລົງ 17 ຄົນ.

ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນໃນວັນທີ 3 ມັງກອນ 2023 ວ່າ: ເພື່ອເຮັດໃຫ້ການສະເຫລີມສະຫລອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2022-2023 ມີຄວາມສະຫງົບ, ມີຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພ ໃນການສັນຈອນ ໄປ-ມາ ປະສະຈາກໄດ້ປະກົດການຫຍໍ້ທໍ້ ແລະ ຫລຸດຜ່ອນຜົນເສຍຫາຍຈາກການເກີດອຸບັດເຫດ, ກົມຕຳຫລວດຈະລາຈອນໄດ້ວາງມາດຕະການຕ່າງໆ ເພື່ອປ້ອງກັນອຸບັດຕິເຫດ ຢ່າງເຂັ້ມງວດ ແຕ່ກໍຍັງມີຜູ້ໃຊ້ລົດໃຊ້ຖະໜົນຈຳນວນໜຶ່ງ ຖືເບົາຕໍ່ກົດລະບຽບຈະລາຈອນ ເປັນຕົ້ນ: ຂັບຂີ່ລົດໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ, ປ່ຽນທິດທາງການຂັບຂີ່ຢ່າງກະທັນຫັນ, ເຕັກ ນິກບໍ່ຮັບປະກັນ, ແຊງບໍ່ຮັບປະກັນ ແລະ ບໍ່ປ່ອຍສິດໃຫ້ຄົນອື່ນ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...