spot_img
Homeຂ່າວພາຍ​ໃນອຸບັດຕິເຫດລົດຂົນສົ່ງຢາເສບຕິດ 7 ລ້ານເມັດ ຕຳກັບຮົ້ວເຮືອນປະຊາຊົນ

ອຸບັດຕິເຫດລົດຂົນສົ່ງຢາເສບຕິດ 7 ລ້ານເມັດ ຕຳກັບຮົ້ວເຮືອນປະຊາຊົນ

Published on

ໃນຄັ້ງວັນທີ 29 ເມສາ 2023 ເວລາປະມານ 13 ຫາ 14 ໂມງ ໄດ້ມີອຸບັດຕິເຫດລົດກະບະວີໂກ້ ສີປອນທອງ ປ້າຍທະບຽນ ອອ 5659 ກຳແພງນະຄອນ (ເອກະຊົນ) ຕໍາຮົ້ວຂອງເຮືອນປະຊາຊົນ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ເຂດພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ) ຈາກນັ້ນ ກໍໄດ້ມີເຈົ້າໜ້າທີ່ທະຫານທີ່ປະຈຳຢູ່ຄ້າຍ ປ່າໄລ່ ໄດ້ໄປກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດຢູ່ພາຍໃນລົດ ແລ້ວຈຶ່ງໄດ້ແຈ້ງໃຫ້ກອງບັນຊາການ ປກສ ແຂວງ ບໍ່ແກ້ວ.

ไม่มีคำอธิบายรูปภาพ

ທາງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ຊີ້ນຳໃຫ້ທາງຫ້ອງວິຊາສະເພາະ ກໍຄືເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງໄປສົມທົບກວດກາກັບເຈົ້າໜ້າທີ່ທະຫານ ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 3.553 ມັດ, ເທົ່າກັບ 7.106.000 ເມັດ, ນ້ຳໜັກ 710,6 ກິໂລກຼາມ ແລະ ຢາໄອສ໌ ຈຳນວນ 1 ຫໍ່, ນ້ຳໜັກ 1 ກິໂລກຼາມ, ປຶ້ມຕຶດຕາມການຂຶ້ນທະບຽນລົດ 1 ຫົວ, ປ້າຍລົດຈຳນວນ 3 ຄູ່ຄື: ກກ 1528 ບໍ່ແກ້ວ (ປ້າຍສີຟ້າ), ຮຮ 1889 ກໍາແພງນະຄອນ (ເອກະຊົນ) ແລະ ອອ 5659 ກຳແພງນະຄອນ (ເອກະຊົນ).

อาจเป็นรูปภาพของ รถยนต์ และ ถนน

ເຊິ່ງລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ລາວນາວ່າງ ຢູ່ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງເວລາເກີດເຫດລົດຄັນດັ່ງກ່າວແມ່ນໄດ້ໃສ່ປ້າຍສີຟ້າ ກກ 1528 ກໍ່ແກ້ວ ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວລົບໜີ.

อาจเป็นรูปภาพของ ถนน

ທີ່ມາ PL Bokeo news

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...