spot_img
Homeຂ່າວຕ່າງປະເທດອຸກກາບາດຕົກໃນນິກາຣາກົວ ເກີດເປັນຫລຸມກວ້າງ 12 ແມັດ

ອຸກກາບາດຕົກໃນນິກາຣາກົວ ເກີດເປັນຫລຸມກວ້າງ 12 ແມັດ

Published on

 

ໃນວັນທີ 7 ກັນຍາ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດລະເບີດປິດສະໜາຂຶ້ນໃນນິກາຣາກົວ

ຖິ້ມຮ່ອງຮອຍເປັນຫຼຸມກວ້າງ 12 ແມັດ ອາດເປັນອຸກກາບາດຕົກ.

 

6634369-1

 

ເຫດການດັ່ງກ່າວເກີດຂຶ້ນ ເມື່ອເວລາປະມານ 23:00 ໂມງ ຂອງວັນທີ 6 ກັນຍາ 2014 ທີ່ຜ່ານມາ ບໍລິເວນຊານເມືອງ

ມານາກົວ ໃກ້ກັບສະໜາມບິນ ເມື່ອມີແຮງລະເບີດປິດສະໜາປະທະກັບພື້ນດິນ ຈົນເຮັດໃຫ້ເກີດເປັນຫຼຸມບໍ່ເລິກປານ

ໃດ ແຕ່ກວ້າງປະມານ 12 ແມັດ ເຊິ່ງຈາກການກວດສອບເບື້ອງຕົ້ນພົບວ່າ ໃນຊ່ວງເວລາເກີດເຫດ ໄດ້ກວດພົບແຮງ

ສະເທືອນຂອງແຜ່ນດິນໄຫວໃນບໍລິເວນດັ່ງກ່າວ ເຮັດໃຫ້ຄາດເດົາວ່າ ໜ້າຈະເປັນເຫດອຸກກະບາດຕົກໃສ່ພື້ນໂລກ.

 

ໂດຍທາງດ້ານ ທ່ານ ໂຮເຊ ມິນແລນ ຈາກສະຖາບັນວິໄຈທໍລະນີວິທະຍາໃນນິກາຣາກົວ ໄດ້ເປີດເຜີຍວ່າ ຈາກຫຼັກຖານ

ທີ່ໄດ້ພົບເຫັນ ແມ່ນສາມາດຢືນຢັນວ່າເຫດການທີ່ເກີດຂຶ້ນນັ້ນ ມີຮູບແບບຄ້າຍຄືກັນກັບອຸກກາບາດຕົກ ເຊິ່ງບໍ່ມີ

ຄວາມເປັນໄປໄດ້ເລີຍວ່າຈະເປັນປະກົດການອື່ນ ແລະ ກໍເປັນທີ່ໂຊກດີທີ່ອຸກກາບາດໄດ້ຕົກໃສ່ພື້ນທີ່ຫ່າງຈາກທີ່ຢູ່ອາ

ໄສຂອງປະຊາຊົນ ຈິ່ງເຮັດໃຫ້ບໍ່ມີຜູ້ໃດໄດ້ຮັບອັນຕະລາຍ.

 

ຢ່າງໃດກໍດີ ທາງການນິກາຣາກົວ ໄດ້ຂໍຄວາມຊ່ວຍເຫຼືອໄປຍັງສະຫະລັດອາເມຣິກາ ໃຫ້ເຂົ້າມາຊ່ວຍກວດສອບເຫດ

ການດັ່ງກ່າວ ເພື່ອຢືນຢັນວ່າ ເປັນອຸກກາບາດຢ່າງທີ່ຄາດໄວ້ ຫຼື ບໍ່.

 

ທັງນີ້ ນິກາຣາກົວ ເປັນປະເທດທີ່ມີພູເຂົາໄຟກ່ວາ 20 ແຫ່ງ ແລະ ມັກເກີດແຜ່ນດິນໄຫວຢູ່ເລື້ອຍໆ ດັງນັ້ນປະຊາຊົນ

ທີ່ອາໄສໃນບໍລິເວນທີ່ເກີດເຫດ ຈິ່ງຄິດວ່າເປັນສຽງລະເບີດທີ່ພວກເຂົາເຄີຍໄດ້ຍິນມາຈາກເຫດແຜ່ນດິນໄຫວ ກ່ອນ

ທີ່ທາງການຈະອອກມາຊີ້ແຈງໃນພາຍຫຼັງວ່າ ເຫດການດັ່ງກ່າວແມ່ນເປັນອຸກກາບາດຕົກ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...