spot_img
Homeຂ່າວຕ່າງປະເທດອິນໂດເນເຊຍພົບເດັກນ້ອຍ 3 ຄົນເສຍຊີວິດ ຈາກພະຍາດຕັບອັກເສບ

ອິນໂດເນເຊຍພົບເດັກນ້ອຍ 3 ຄົນເສຍຊີວິດ ຈາກພະຍາດຕັບອັກເສບ

Published on

ໃນເດືອນທີ່ຜ່ານມານີ້ ອິນໂດເນເຊຍໄດ້ຢືນຢັນພົບເດັກນ້ອຍເສຍຊີວິດ 3 ຄົນຈາກພະຍາດຕັບອັບເສບ ເຮັດໃຫ້ຍອດຜູ້ເສຍຊີວິດສະສົມຈາກພະຍາດຊະນິດນີ້ຢ່າງໜ້ອຍ 4 ຄົນແລ້ວ.

ກະຊວງສາທາລະນະສຸກອິນໂດເນເຊຍ ໄດ້ຖະແຫຼງການວ່າ: ໄດ້ມີເດັກນ້ອຍ 3 ຄົນ ເຂົ້າຮັບການຮັກສາທີ່ ກຸງຈາກາຕາ ໂດຍມີອາການປວດຮາກ, ອາຈຽນ, ຖອກທ້ອງຢ່າງຮຸນແຮງ, ມີໄຂ້, ຕົນໂຕເຫຼືອງ, ຊັກ ແລະ ໝົດສະຕິ ເຊິ່ງອາການດັ່ງກ່າວນີ້ຢູ່ໃນກຸ່ມອາການດຽວກັບພະຍາດຕັບອັກເສບກະທັນຫັນ ທີ່ອົງການອານາໄມໂລກ (WHO) ກຳລັງເບິ່ງຢູ່ຕອນນີ້.

ເຊິ່ງທາງການໄດ້ເລັ່ງກວດສອບເພື່ອຢືນຢັນສາເຫດການເສຍຊີວິດ ພ້ອມແນະນຳຜູ້ປົກຄອງນຳເອົາລູກ-ຫຼານທີ່ມີອາການລັກສະນະນີ້ມາພົບແພດທັນທີ ແລະ ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເຝົ້າລະວັງພະຍາດນີ້ທົ່ວປະເທດ.

ຂໍ້ມູນຈາກອົງການອານາໄມໂລກ (WHO) ມີລາຍງານພົບເດັກນ້ອຍທີ່ມີສຸຂະພາບດີທົ່ວໂລກ ມີພະຍາດຕັບອັກເສບທີ່ຮຸນແຮງແລ້ວ 200 ຄົນ ໃນນັ້ນ 17 ຄົນ ໄດ້ເຂົ້າການປູກຖ່າຍຕັບ ແລະ ມີ 1 ຄົນ ເສຍຊີວິດໃນສະຫະລັດ ເຊິ່ງລວມກັບຕົວເລກລ່າສຸດແລ້ວ ລວມເປັນ 4 ຄົນໃນທົ່ວໂລກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...