spot_img
Homeຂ່າວຕ່າງປະເທດອິນເດຍເລັ່ງຊ່ວຍເຫຼືອຜູ້ເຄາະຮ້າຍຈາກດິນເຈື່ອນທັບລົດ ພົບ 10 ຄົນເສຍຊີວິດ

ອິນເດຍເລັ່ງຊ່ວຍເຫຼືອຜູ້ເຄາະຮ້າຍຈາກດິນເຈື່ອນທັບລົດ ພົບ 10 ຄົນເສຍຊີວິດ

Published on

Thairath ລາຍງານ: ໃນວັນທີ 11 ສິງຫາຜ່ານມາ, ໄດ້ເກີດເຫດດິນເຈື່ອນທັບເສັ້ນທາງຫຼວງທີ່ເຊື່ອມຜ່ານສາຍພູສູງໃນເມືອງຄິນນໍ, ລັດຫິມາຈັນ ເຊິ່ງຢູ່ທາງພາກເໜືອຂອງປະເທດອິນເດຍ ຂະນະທີ່ມີລົດຫຼາຍຄັນກຳລັງແລ່ນຜ່ານ ເຮັດໃຫ້ຜູ້ເຄາະຮ້າຍຫຼາຍສິບຄົນຖືກຝັງຢູ່ໃຕ້ດິນ ແລະ ອີກ 10 ຄົນພົບເສຍຊີວິດໃນທີ່ເກີດເຫດ.

ທີມງານກູ້ໄພ ລວມທັງເຈົ້າໜ້າທີ່ຕຳຫຼວດປ້ອງກັນຊາຍແດນກຳລັງຮີບຮ້ອນເຂົ້າຊ່ວຍເຫຼືອຜູ້ເຄາະຮ້າຍທີ່ຖືກຝັງຢູ່ໃຕ້ດິນ ແຕ່ການດຳເນີນງານຊໍ້າພັດພົບຄວາມຫຍຸ້ງຍາກ ເນື່ອງຈາກກ້ອນຫີນຍັງຕົກກິ້ງລົງມາຢ່າງຕໍ່ເນື່ອງ, ຂະນະນີ້ທາງເຈົ້າໜ້າທີ່ສາມາດຊ່ວຍເຫຼືອໄດ້ພຽງ 5 ຄົນ ແຕ່ກໍຍັງມີຜູ້ຕິດຄ້າງອີກ 30 ກວ່າຄົນທີ່ຍັງບໍ່ຮູ້ຊາຕາກຳ.

ຢ່າງໃດກໍຕາມ, ໃນຊ່ວງຫຼາຍເດືອນຜ່ານມາ ອິນເດຍໄດ້ປະສົບກັບປັນຫາດິນເຈື່ອນຫຼາຍຄັ້ງ ເຮັດມີຜູ້ເສຍຊີວິດຫຼາຍສິບຄົນ ເນື່ອງຈາກມີຝົນຕົກໜັກຫຼາຍກວ່າປົກກະຕິ ຂະນະທີ່ເດືອນຜ່ານມາກໍມີເຫດການດິນເຈື່ອນທັບລົດຄັນໜຶ່ງໃນລັດຫິມາຈັນ ເຮັດໃຫ້ມີຜູ້ເສຍຊີວິດ 9 ລາຍ, ສ່ວນລັດມະຫາຣັດຖະ ທີ່ຢູ່ພາກຕາເວັນຕົກຂອງອິນເດຍ ກໍເກີດເຫດດິນເຈື່ອນຫຼາຍຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດລວມ 136 ລາຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...