spot_img
Homeຂ່າວຕ່າງປະເທດອິນເດຍອາກາດຮ້ອນຈັດ! ມີປະຊາຊົນເສຍຊີວິດແລ້ວ ຫລາຍກ່ວາ 700 ຄົນ!

ອິນເດຍອາກາດຮ້ອນຈັດ! ມີປະຊາຊົນເສຍຊີວິດແລ້ວ ຫລາຍກ່ວາ 700 ຄົນ!

Published on

EyWwB5WU57MYnKOuXxzr8RIsIM7loBjzdNoVXLTtyXRvgaNL9Ds9Ji

ອິນເດຍປະເຊີນສະພາບອາກາດຮ້ອນຈັດ ຈາກອິດທິພົນຄື່ນຄວາມຮ້ອນເຂົ້າປົກຄຸມ ເຮັດໃຫ້ມີປະຊາຊົນເສຍຊີວິດ ແລ້ວຫລາຍກ່ວາ 700​ ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພຶດສະພານີ້ວ່າ ປະຊາຊົນຊາວອິນເດຍ ຕ້ອງໄດ້ປະເຊີນກັບສະພາບອາກາດຮ້ອນຈັດ 48 ອົງສາເຊ ເຮັດໃຫ້ມີຄົນເສຍຊີວິດແລ້ວ 700​ ກ່ວາຄົນ ໂດຍສຳນັກອຸຕຸນິຍົມວິທະຍາຂອງອິນເດຍ ປະກາດເຕືອນເປັນພື້ນທີ່ສີແດງໃນຫລາຍລັດ ຢູ່ທາງພາກຕາເວັນອອກ ແລະ ພາກກາງ ໃນຂະນະທີ່ສະພາວະດັ່ງກ່າວ ຈະຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ໂດຍທາງການອິນເດຍ ໄດ້ແນະນຳໃຫ້ປະຊາຊົນຫລີກລ່ຽງຈາກແສງແດດ ກິນອາຫານທີ່ມີປະໂຫຍດ ແລະ ດື່ມນ້ຳສະອາດ.

ຈາກການເປີດເຜີຍຂອງຄະນະກຳມະການພິເສດ ເພື່ອແກ້ໄຂໄພພິບັດສຸກເສີນແຫ່ງຊາດອິນເດຍ ໄດ້ລະບຸວ່າ ຜູ້ເສຍຊີວິດຈາກອາກາດຮ້ອນ ໂດຍສ່ວນໃຫຍ່ແມ່ນເປັນຄົນທຸກຍາກ, ຂໍທານ ແລະ ຄົນບໍ່ມີເຮືອນຢູ່ ພ້ອມກັນນັ້ນ ກໍມີກຳມະກອນກໍ່ສ້າງອີກຈຳນວນໜຶ່ງ ທີ່ເຮັດວຽກຖືກແສງແດດໂດຍກົງ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...