spot_img
Homeຂ່າວຕ່າງປະເທດອິນເດຍປະກາດປິດໂຮງຮຽນປະຖົມຊົ່ວຄາວ ຍ້ອນວິກິດມົນລະຜິດທາງອາກາດ

ອິນເດຍປະກາດປິດໂຮງຮຽນປະຖົມຊົ່ວຄາວ ຍ້ອນວິກິດມົນລະຜິດທາງອາກາດ

Published on

ສຳນັກຂ່າວ ຣອຍເຕີ ລາຍງານວ່າ: ວັນທີ 4 ພະຈິກ ທີ່ຜ່ານມາ ໃນກຸງນິວເດລີ ປະເທດອິນເດຍ ປະກາດໃຫ້ປິດໂຮງຮຽນປະຖົມສຶກສາທຸກແຫ່ງໃນເມືອງຫຼວງ ແບບບໍ່ມີກຳນົດ ຕັ້ງແຕ່ວັນເສົາ ທີ 5 ພະຈິກ ເປັນຕົ້ນໄປ ແລະ ກຽມອອກມາດຕະການຄວບຄຸມສັນຈອນຂອງຍານພະຫະນະຕາມຫົນທາງ.

ທັ້ງນີ້ ດັດຊະນີຄຸນນະພາບທາງອາກາດ ຂອງກຸງນິວເດລີ ຢູ່ລະດັບ 450 ໃນຫຼາຍເຂດ ຕັ້ງແຕ່ວັນພະຫັດທີ 3 ພະຈິກ ເຊິ່ງເປັນລະດັບທີ່ອັນຕະລາຍ.

ປັດຈຸບັນ ມີການຕິດຕັ້ງ ຫໍຄອຍພັດລົມຂະໜາດໃຫຍ່ ໃນກຸງນິວເດລີ ເຊິ່ງມີພັດລົມ 40 ເຄື່ອງ ທີ່ສາມາດປ່ອຍອາກາດບໍລິສຸດໄດ້ 1,000 ແມັດກ້ອນຕໍ່ວິນາທີ ແຕ່ລັດສະໝີຂອງພັດລົມໄດ້ກວມເອົາແຕ່ 1 ກິໂລແມັດເທົ່ານັ້ນ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...