spot_img
Homeຂ່າວຕ່າງປະເທດອິນເດຍຕາຍ 84 ຄົນ ດື່ມເຫລົ້າຕົ້ມເອງແຕ່ເປັນພິດ ຄາດອາດເສຍຊີວິດເພີ່ມອີກ!

ອິນເດຍຕາຍ 84 ຄົນ ດື່ມເຫລົ້າຕົ້ມເອງແຕ່ເປັນພິດ ຄາດອາດເສຍຊີວິດເພີ່ມອີກ!

Published on

000_Del6424300

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ມິຖຸນາຜ່ານມານີ້ວ່າ ມີຊາວອິນເດຍຕາຍ ບໍ່ຕ່ຳກ່ວາ 84 ຄົນ ຫລັງຈາກທີ່ໄດ້ກິນເຫລົ້າເຖື່ອນທີ່ເປັນພິດ ໂດຍເຫດການດັ່ງກ່າວ ເກີດຂຶ້ນໃນມື້ວັນທີ18 ມິຖຸນາຜ່ານມາ ໃນຊຸມຊົນເຂດມາລັດ ທາງພາກຕາເວັນຕົກຂອງເມືອງມຸມໄບ ໂດຍຜູ້ເຄາະຮ້າຍໄດ້ພາກັນກິນເຫລົ້າທີ່ຕົ້ມເອງ ເຊິ່ງເປັນເຫລົ້າລາຄາຖືກ ດັ່ງທີ່ເຄີຍກິນຜ່ານໆມາ ແຕ່ສຳລັບເທື່ອນີ້ແມ່ນພາຍຫລັງກິນແລ້ວ ມີອາການປວດຮາກ ປວດຕາມຕົນໂຕ ແລະ ຊ່ວງທ້ອງ ຈາກນັ້ນກໍເສຍຊີວິດໃນເວລາຕໍ່ມາ.

ທັງນີ້ ຍັງມີອີກນຳນວນ 30 ຄົນ ຖືກສົ່ງໄປປິ່ນປົວຢູ່ໂຮງໝໍໃນປັດຈຸບັນ ແລະ ມີຫລາຍຄົນຢູ່ໃນອາການໜ້າເປັນຫ່ວງ ເຊິ່ງທາງການຂອງອິນເດຍເປີດເຜີຍວ່າ ຈຳນວນຜູ້ເສຍຊີວິດຈາກການດື່ມເຫລົ້າເປັນພິດນີ້ ອາດເພີ່ມຂຶ້ນ.

INDIA-HEALTH-ALCOHOL-CRIME

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...