ອິນເດຍຕັ້ງເປົ້າ ເສດຖະກິດຂະຫຍາຍຕົວ​ໃນລະດັບ 8-9% ​ຕໍ່​ປີ

ktindia 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 23 ກັນຍາ 2015, ທ່ານ ​ອາຣັນ ໄຈ​ເລ,ລັດຖະມົນຕີວ່າການ ​ກະຊວງການ​ເງິນ​ຂອງ ອິນ​ເດຍ​ເປີດ​ເຜີຍ​ວ່າ: ອິນ​ເດຍ ພວມ​ສຸມ​ໃສ່​ ການ​ເພີ່ມ​ທະວີ​ ພື້ນຖານ​ເສດ ຖະກິດ ​ແລະ ​ຂຸດ​ຄົ້ນ ​ທ່າ​ແຮງ ອັນ​ບົ່ມ​ຊ້ອນ ​ເຮັດ​ໃຫ້​ ເສດຖະກິດ ຂະຫຍາຍຕົວ​ ໃນລະດັບ 8-9% ​ໃນ​ແຕ່ລະ​ປີ.     ອິນ​ເດຍ​ ມີພື້ນຖານ ​ເສດຖະກິດ ​ຂະຫຍາຍຕົວ ຢູ່​ແຖວ​ໜ້າ​ ຂອງ​ໂລກ, ການລົງທຶນ ​ພາກ​ລັດ ​​ໃນປີ​ນີ້ ​ເພີ່ມ​ຂຶ້ນ​ ປະມານ 39% ​ແລະ ການ​ລົງທຶນ​ ໂດຍ​ກົງ ​ຈາກ​ຕ່າງປະ​ເທດ(FDI) ​ເພີ່ມ​ຂຶ້ນ ​ເກືອບ 50% ທຽບ​ໃສ່​ປີກາຍ​ນີ້, ສ່ວນ ​ການ​ລົງທຶນ ​ພາກ​​ເອກະ​ຊົນ​ ຍັງ​ມີ​ຄວາມ​ໜັ້ນຄົງ. ເສດຖະກິດອິນເດຍ ຈະ​ຂະຫຍາຍຕົວ ປະມານ 7-7,5% ເຖິງວ່າ ຈະ​ມີພົບ ​ສິ່ງ​ທ້າ​ທາຍ ​ຫລາຍ​ຢ່າງ ​ຈາກ​ສະພາບ​ການ​ຂອງ​ໂລກ ກໍ່ຕາມ ​ແຕ່ອິນ​ເດຍ ຍັງພໍ​ໃຈ ຖ້າ​ຫາກ ການຂະຫຍາຍຕົວ ​ເສດຖະກິດ ຢູ່ລະດັບ 6- 8% ​ແລະ ຄາດວ່າ ​ຈະ​ເພີ່ມ​ຂຶ້ນ​ເຖິງ 8-9% ຕໍ່ປີ.

 

ແຫລ່ງຂ່າວ:

ຂປລ