Homeຂ່າວຕ່າງປະເທດອິນເດຍຕັ້ງເປົ້າ ເສດຖະກິດຂະຫຍາຍຕົວ​ໃນລະດັບ 8-9% ​ຕໍ່​ປີ

ອິນເດຍຕັ້ງເປົ້າ ເສດຖະກິດຂະຫຍາຍຕົວ​ໃນລະດັບ 8-9% ​ຕໍ່​ປີ

Published on

ktindia 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 23 ກັນຍາ 2015, ທ່ານ ​ອາຣັນ ໄຈ​ເລ, ​ລັດຖະມົນຕີວ່າການ ​ກະຊວງການ​ເງິນ​ຂອງ ອິນ​ເດຍ​ເປີດ​ເຜີຍ​ວ່າ: ອິນ​ເດຍ ພວມ​ສຸມ​ໃສ່​ ການ​ເພີ່ມ​ທະວີ​ ພື້ນຖານ​ເສດ ຖະກິດ ​ແລະ ​ຂຸດ​ຄົ້ນ ​ທ່າ​ແຮງ ອັນ​ບົ່ມ​ຊ້ອນ ​ເຮັດ​ໃຫ້​ ເສດຖະກິດ ຂະຫຍາຍຕົວ​ ໃນລະດັບ 8-9% ​ໃນ​ແຕ່ລະ​ປີ.     ອິນ​ເດຍ​ ມີພື້ນຖານ ​ເສດຖະກິດ ​ຂະຫຍາຍຕົວ ຢູ່​ແຖວ​ໜ້າ​ ຂອງ​ໂລກ, ການລົງທຶນ ​ພາກ​ລັດ ​​ໃນປີ​ນີ້ ​ເພີ່ມ​ຂຶ້ນ​ ປະມານ 39% ​ແລະ ການ​ລົງທຶນ​ ໂດຍ​ກົງ ​ຈາກ​ຕ່າງປະ​ເທດ(FDI) ​ເພີ່ມ​ຂຶ້ນ ​ເກືອບ 50% ທຽບ​ໃສ່​ປີກາຍ​ນີ້, ສ່ວນ ​ການ​ລົງທຶນ ​ພາກ​​ເອກະ​ຊົນ​ ຍັງ​ມີ​ຄວາມ​ໜັ້ນຄົງ. ເສດຖະກິດອິນເດຍ ຈະ​ຂະຫຍາຍຕົວ ປະມານ 7-7,5% ເຖິງວ່າ ຈະ​ມີພົບ ​ສິ່ງ​ທ້າ​ທາຍ ​ຫລາຍ​ຢ່າງ ​ຈາກ​ສະພາບ​ການ​ຂອງ​ໂລກ ກໍ່ຕາມ ​ແຕ່ອິນ​ເດຍ ຍັງພໍ​ໃຈ ຖ້າ​ຫາກ ການຂະຫຍາຍຕົວ ​ເສດຖະກິດ ຢູ່ລະດັບ 6- 8% ​ແລະ ຄາດວ່າ ​ຈະ​ເພີ່ມ​ຂຶ້ນ​ເຖິງ 8-9% ຕໍ່ປີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...