spot_img
Homeຂ່າວພາຍ​ໃນອິນເດຍຈະເປັນປະເທດພັດທະນາແລ້ວ ພາຍໃນ 25ປີ

ອິນເດຍຈະເປັນປະເທດພັດທະນາແລ້ວ ພາຍໃນ 25ປີ

Published on

ອິນເດຍ ຕັ້ງເປົ້າວ່າຈະເປັນປະເທດພັດທະນາແລ້ວ ພາຍໃນ 25ປີ ຕໍ່ໜ້າ.

ວັນທີ 15 ສິງຫາ 2022 ທ່ານ ນະເຣນຊາ ໂມດີ ນາຍົກລັດຖະມົນຕີ ກ່າວໄວ້ວ່າ ໃນໂອກາດຄົບຮອບ 75 ປີ ຈາກການໄດ້ຮັບເອກະລາດຈາກອັງກິດ ໃນກຸງນິວເດລີ ແລະ ໄດ້ຕັ້ງເປົ້າວ່າ ຈະເປັນປະເທດພັດທະນາແລ້ວ ພາຍໃນອີກ 25 ປີ ພ້ອມສະໜັບສະໜູນການຜະລິດທາງດ້ານພະລັງງານ ປ້ອງກັນປະເທດຊາດ ລວມທັງເຕັກໂນໂລຊີດິຈິຕໍ ແລະ ຍັງກະຕຸ້ນເຍົາວະຊົນໃຫ້ຕັ້ງເປົ້າໝາຍທີ່ໃຫຍ່ເພື່ອຄວາມກ້າວໜ້າຂອງປະເທດຊາດ.

ປັດຈຸບັນ ອິນເດຍມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 6 ຂອງໂລກ ແລະ ຜູ້ຊ່ຽວຊານຍັງເຊື່ອວ່າ ອິນເດຍຈະຂຶ້ນໄປສູ່ເສດຖະກິດອັນດັບ 3 ຂອງໂລກ ພາຍໃນປີ 2050 ຮອງຈາກ ອາເມຣິກາ ແລະ ຈີນ ດ້ວຍແຮງງານທີ່ມີທັກສະສູງ ມີຄວາມສາມາດທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ອຸດສາຫະກໍາຍານອາວະກາດ ແລະ ພະລັງງານນິວເຄຼຍ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...