spot_img
Homeຂ່າວຕ່າງປະເທດອິດສະລາແອນໂຫດອີກ ຖະຫຼົ່ມກາງຕະຫຼາດ ປາເລດຕິນຕາຍ - ບາດເຈັບເດຍລະດາດ!

ອິດສະລາແອນໂຫດອີກ ຖະຫຼົ່ມກາງຕະຫຼາດ ປາເລດຕິນຕາຍ – ບາດເຈັບເດຍລະດາດ!

Published on

EyWwB5WU57MYnKOuFBqBiHaJKSJSziM7tbRExDckB9thKj9wtOkkZu

 

ກອງທັບອິດສະລາແອນໂຫດອີກ ໂຈມຕີທາງອາກາດຢ່າງດຸເດືອດ ຖະຫຼົ່ມຕະຫຼາດໃກ້ເມືອງກາຊາຊິຕີ້ ໃນຂະນະທີ່

ຊາວປາເລດຕິນຫຼາຍຮ້ອຍຄົນ ກຳລັງຈັບຈ່າຍຊື້ເຄື່ອງຂອງຢູ່ ເສຍຊີວິດຢ່າງໜ້ອຍ 15 ຄົນ ແລະ ບາດເຈັບອີກນັບ

160 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 30 ກໍລະກົດຜ່ານມາວ່າ ເກີດເຫດສະເທືອນຂັວນຂຶ້ນອີກໃນກາຊາ

ເມື່ອກອງທັບອິດສະລາແອນ ປະຕິບັດການໂຈມຕີທາງອາກາດ ຖະຫຼົ່ມຕະຫຼາດແຫ່ງໜຶ່ງໃນເມືອງຊີໄຈຢາ ໃກ້ໆ

ກັບເມືອງກາຊາຊິຕີ້ ໃນຂະນະທີ່ຊາວປາເລດຕິນຈຳນວນຫຼວງຫຼາຍ ກຳລັງຈັບຈ່າຍຊື້ສິນຄ້າ ເມື່ອວັນທີ 30 ກໍລະ

ກົດຜ່ານມາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ບາດເຈັບເດຍລະດາດອີກ 160 ຄົນ.

 

ໂຄສົກກະຊວງສາທາລະນະສຸກຂອງປາເລດຕິນເປີດເຜີຍວ່າ ກອງທັບອິດສະລາແອນ ໄດ້ໂຈມຕີຕະຫຼາດແຫ່ງນີ້

ເຊິ່ງເປັນຕະຫຼາດຂາຍຜັກ ແລະ ໝາກໄມ້ເປັນສ່ວນໃຫຍ່ ໃນລະຫວ່າງທີ່ມີຊາວບ້ານຫຼາຍຮ້ອຍຄົນ ກຳລັງຊື້ເຄື່ອງ

ຂອງຢູ່ໃນຕະຫຼາດ, ການໂຈມຕີທາງອາກາດຖະຫຼົ່ມຕະຫຼາດແຫ່ງດັ່ງກ່າວ ແມ່ນຢູ່ໃນຊ່ວງຂອງເວລາພັກການສູ້

ຮົບ ຫຼື ຢຸດຍິງ 4 ຊົ່ວໂມງ ລະຫວ່າງ 15:00 – 19:00 ຂອງວັນທີ 30 ກໍລະກົດ ຕາມເວລາໃນທ້ອງຖິ່ນ ຕາມການຮຽກ

ຮ້ອງໂດຍກອງທັບອິດສະລາແອນ, ແຕ່ດ້ານກຸ່ມຮາມັສ ໄດ້ປະຕິເສດທີ່ຈະຍອມຮັບຂໍ້ຕົກລົງຢຸດຍິງດັ່ງກ່າວ ໂດຍ

ໂຄສົກຂອງກຸ່ມຮາມັສບອກວ່າ ເປັນການຢຸດຍິງທີ່ບໍ່ມີຄວາມໝາຍອັນໃດ.

 

ຢ່າງໃດກໍຕາມ ທາງການອິດສະລາແອນ ໄດ້ເປີດສຽງໄຊເຣນເຕືອນໄພດັງກຶກກ້ອງຢ່າງຕໍ່ເນື່ອງ ໃນພາກໃຕ້ຂອງ

ອິດສະລາແອນ ຫຼັງຈາກເລີ່ມເຂົ້າສູ່ຊ່ວງເວລາຢຸດຍິງ ເພື່ອເຕືອນປະຊາຊົນໃຫ້ລະວັງວ່າ ກຸ່ມຮາມັສອາດຈະຍິງຈະ

ຫຼວດມາໂຈມຕີອິດສະລາແອນ ໃນຂະນະທີ່ແພດປາເລດຕິນເປີດເຜີຍວ່າ ອິດສະລາແອນໄດ້ໂຈມຕີທາງອາກາດ

ໃນພື້ນທີ່ອື່ນໆອີກດ້ວຍ ໂດຍເມືອງຄານຢູນິດ ໄດ້ຕົກເປັນເປົ້າໂຈມຕີ ຫຼັງເຂົ້າສູ່ຊ່ວງເວລາຢຸດຍິງ ເຮັດໃຫ້ມີຊາວ

ປາເລດຕິນເສຍຊີວິດອີກ 7 ຄົນ.

 

ເຖິງປະຈຸບັນມີຊາວປາເລດຕິນ ເສຍຊີວິດຈາກການບຸກໂຈມຕີຂອງອິດສະລາແອນແລ້ວ ຢ່າງໜ້ອຍ 1,270 ກ່ວາ

ຄົນ ເຊິ່ງສ່ວນຫຼາຍແມ່ນເປັນພົນລະເມືອງຜູ້ບໍລິສຸດ.

 

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...