spot_img
Homeຂ່າວຕ່າງປະເທດອາເມລິກາຟ້ອງກູເກີລໃນຂໍ້ຫາລະເມີດກົດໝາຍປ້ອງກັນການຜູກຂາດ

ອາເມລິກາຟ້ອງກູເກີລໃນຂໍ້ຫາລະເມີດກົດໝາຍປ້ອງກັນການຜູກຂາດ

Published on

ກະຊວງຍຸດຕິທຳອາເມລິກາ ໄດ້ຍື່ນຟ້ອງກູເກີລໃນຂໍ້ຫາລະເມີດກົດໝາຍປ້ອງກັນການຜູກຂາດ ເນື່ອງຈາກກູເກີລຜູກຂາດຕະຫຼາດການບໍລິການຄົ້ນຫາຂໍ້ມູນອອນລາຍ ເຊິ່ງໄດ້ສົ່ງຜົນເສຍກັບບັນດາຄູ່ແຂ່ງ ແລະ ຜູ້ບໍລິໂພກ.

ເວັບໄຊຂ່າວ ກຽວໂຕ ລາຍງານວ່າການຟ້ອງຮ້ອງດັ່ງກ່າວແມ່ນຄັ້ງທຳອິດນັບຕັ້ງແຕ່ທີ່ໄມໂຄຣຊັອຟເຄີຍຖືກຟ້ອງໃນປີ 1998 ໂດຍກະຊວງຍຸດຕິທຳອາເມລິກາກ່າວວ່າ ລັດຖະບານຕ້ອງການທີ່ຈະບັງຄັບໃຊ້ກົດໝາຍປ້ອງກັນການຜູກຂາດອີກຄັ້ງ ເພື່ອຟື້ນຟູການແຂ່ງຂັນ ແລະ ເປີດປະຕູສູ່ນະວັດຕະກຳໃໝ່ໆ.

ເຊິ່ງທາງກູເກີລໄດ້ອອກມາວິຈານການຟ້ອງຮ້ອງດັ່ງກ່າວທັນທີ ໂດຍລະບຸໃນລະແຫຼງການວ່າ ການຟ້ອງຮ້ອງນີ້ມີຂໍ້ບົກຜ່ອງຫຼາຍ ແລະ ບໍ່ໄດ້ຊ່ວຍຜູ້ບໍລິໂພກໃດໆເລີຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...