spot_img
Homeຂ່າວການພັດທະນາອາເມຣິກາໃຫ້ລາວ 1,5 ລ້ານໂດລາ ປະຕິບັດໂຄງການເກັບກູ້ລະເບີດ ຢູ່ແຂວງສະຫວັນນະເຂດ

ອາເມຣິກາໃຫ້ລາວ 1,5 ລ້ານໂດລາ ປະຕິບັດໂຄງການເກັບກູ້ລະເບີດ ຢູ່ແຂວງສະຫວັນນະເຂດ

Published on

20150529145101

ຫ້ອງການ​ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ການ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ​ສປປ ລາວ (​ຄຊກລ) ແລະ ອົງການ HALO Trust ໄດ້​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ຮັບ​ເອົາ​ການ​ຊ່ວຍເຫຼືອ​ຈາກ ສ ອາເມລິກາ ຈຳນວນ 1,5 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 12 ຕື້​ກີບ ເພື່ອ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ເພື່ອ​ມະນຸດສະທຳ ຢູ່​ເມືອງ​ວິລະ​ບູ​ລີ ແລະ ເມືອງ​ເຊໂປນ ແຂວງ​ສະຫວັນ​ນະ​ເຂດ ໃນ​ໄລຍະ 1 ປີ ໂດຍ​ການ​ຂະຫຍາຍ​ວິຊາ​ການ​ເຂົ້າ​ໃນ​ການ​ສຳ​ຫຼວດ-ກວດ​ກູ້ ທຳລາຍ​ລະເບີດ​ເຄື່ອນ​ທີ່ ແລະ ການ​ໂຄສະນາ​ສຶກ​ສາ​ຄວາມ​ສ່ຽງ​ໄພ​ຈາກ​ລະເບີດ​ບໍ່​ທັນ​ແຕກ.

ພິທີ​ລົງ​ນາມ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 29 ພຶດ​​ສະ​ພາ 2015 ຢູ່ ຫ້ອງການ ​ຄຊກລ ລະຫວ່າງ​ທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງການ ​ຄຊກລ ກັບ​ທ່ານ ຈິມ​ມີ ແກຼມ ຫົວໜ້າ​ອົງການ HALO Trust ໂດຍ​ມີ​ທ່ານ Paul Mayer ອຸປະ​ທູດ ສະຖານທູດ ສ ອາເມລິກາ ປະຈຳ ​ສປປ ລາວ ພ້ອມ​ດ້ວຍ​ຕາງໜ້າ​ກະຊວງ​ການ​ຕ່າງປະເທດ ອຳນາດ​ການ​ປົກຄອງ​ແຂວງ​ສະຫວັນ​ນະ​ເຂດ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ພູ​ຂຽວ ຈັນທະ​ສົມບູນ ໄດ້​ກ່າວ​ວ່າ: ອົງການ HALO Trust ເປັນ​ອົງການ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ ​ເພື່ອ​ມະນຸດສະທຳ​ຂອງ​ຣາ​ຊະ​ອານາຈັກ​ອັງກິດ ໄດ້​ຖືກ​ອະນຸຍາດ​ໃຫ້​ປະຕິບັດ​ໜ້າທີ່​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ຢູ່ ​ສປປ ລາວ ແຕ່​ປີ 2012 ເປັນຕົ້ນ​ມາ ເຊິ່ງ​ເປັນ​ອົງການ​ທີ່​ມີ​ຄວາມ​ສາມາດ ແລະ ເຮັດ​ວຽກ​ຢ່າງ​ມີ​ປະສິດທິພາບ​ສູງ ສະແດງ​ອອກ 3 ປີຜ່ານມາ ອົງການ HALO Trust ໄດ້​ເອົາໃຈໃສ່​ປະຕິບັດ​ການ​ສຳ​ຫຼວດ-ກວດ​ກູ້ ໂຄສະນາ​ສຶກ​ສາ​ຄວາມ​ສ່ຽງ​ໄພ​ຈາກ​ລະເບີດ​ບໍ່​ທັນ​ແຕກ ແລະ ທຳລາຍ​ເຄື່ອນ​ທີ່​ໄດ້​ຫຼາຍ​ສົມຄວນ ເຊິ່ງ​ໄດ້​ປະກອບສ່ວນ​ແກ້​ໄຂ​ຄວາມທຸກ​ຍາກ ກໍ່​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ເປັນ​ຢ່າງ​ດີ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...