spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ 5 ຢ່າງທີ່ເຮັດໃຫ້ຫິວໄວ ແລະຕຸ້ຍຂຶ້ນ

ອາຫານ 5 ຢ່າງທີ່ເຮັດໃຫ້ຫິວໄວ ແລະຕຸ້ຍຂຶ້ນ

Published on

  1. ເຂົ້າໜົມປັງ: ການກິນເຂົ້າໜົມປັງ ຖືວ່າເປັນອາຫານທີ່ເຮັດໃຫ້ເຮົາບໍ່ອີ່ມເຕັມ ກິນອິ່ມບຶດດຽວກໍຢາກອີກ ເຮັດໃຫ້ເຮົາກິນອີກ ແລະສຸດທ້າຍກໍເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານປະເພດແປ້ງຫຼາຍເກີນໄປ ສຸດທ້າຍກໍເກີດອາການຕຸ້ຍໄດ້
  2. ນໍ້າໝາກໄມ້: ຫຼາຍໆຄົນຄິດວ່າ ການກິນນໍ້າໝາກໄມ້ ຊ່ວຍໃຫ້ຮ່າງກາຍແຂງແຮງ ແຕ່ຮູ້ບໍວ່າ ໃນນໍ້າໝາກໄມ້ມີນໍ້າຕານຫຼາຍ ທີ່ຈະເຮັດໃຫ້ປະລິມານນໍ້າຕານໃນເລືອດສູງ ແລະອ້ວນໄດ້ ທາງທີ່ດີຖ້າຢາກກິນນໍ້າໝາກໄມ້ຄວນກິນນໍ້າໝາກໄມ້ຄັ້ນສົດຈະດີກວ່າ
  3. ເບີເກີ: ອາຫານປະເພດນີ້ ມີສ່ວນປະສົມທີ່ຫຼາກຫຼາຍ ແລະຄຸນຄ່າທາງສານອາຫານໜ້ອຍ ເວລາກິນຈະຮູ້ສຶກວ່າອີ່ມ ແຕ່ບຶດດຽວກໍເຮັດໃຫ້ຫິວຂຶ້ນ
  4. ນໍ້າຕານ: ເປັນສານທີ່ໃຫ້ຄວາມຫວານ ແລະເມື່ອກິນນໍ້າຕານປະສົມກັບອາຫານຫຼາຍ ຈະເຮັດໃຫ້ເຮົາຫິວຫຼາຍເທົ່ານັ້ນ ແລະເມື່ອເຮົາກິນຫຼາຍນໍ້າໜັກກໍຈະເພີ່ມຫຼາຍເປັນທຳມະດາ
  5. ພິດຊ່າ: ເປັນອາຫານທີ່ມີທາດແປ້ງ, ຊີສ ເປັນອາຫານທີ່ໃຫ້ຄວາມອີ່ມເປັນບາງເວລາ ແຕ່ບຶດດຽວກັບຮູ້ສຶກຫິວ ແລະເຮັດໃຫ້ເຮົາຢາກອາຫານຫຼາຍກວ່າເກົ່າ

ອາຫານທັງໝົດນີ້ ເປັນອາຫານທີ່ກິນແລ້ວຮູ້ສຶກວ່າອີ່ມເປັນບາງເວລາ ແຕ່ອີກບຶດດຽວກໍຈະຢາກອີກ ເຮັດໃຫ້ເຮົາກິນອາຫານຫຼາຍກວ່າປົກກະຕິຊໍ້າ ແລະແນ່ນອນວ່າ ເມື່ອເຮົາກິນອາຫານຫຼາຍ ຈະເຮັດໃຫ້ເຮົາຕຸ້ຍຂຶ້ນ ເພາະອາຫານເຫຼົ່ານີ້ ສ່ວນຫຼາຍເປັນທາດແປ້ງ  ທີ່ສະສົມຢູ່ໃນຮ່າງກາຍ ເມື່ອເຮົາກິນຫຼາຍ ແລະກິນຕະຫຼອດເຮັດໃຫ້ຕຸ້ຍຂຶ້ນແນ່ນອນ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...