spot_img
Homeມຸມຂ່າວ AECອາຊຽນຫາລືການຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນຄັ້ງທີ 7 ຢູ່ນະຄອນຫລວງວຽງຈັນ

ອາຊຽນຫາລືການຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນຄັ້ງທີ 7 ຢູ່ນະຄອນຫລວງວຽງຈັນ

Published on

ຂປລ. ​​ວັນທີ 20 ຕຸລາ 2016 ນີ້ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ໃນນາມເປັນປະທານ ຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ໄດ້ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມເພື່ອປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ​ ແຜນແມ່ບົດໃນການເຊື່ອມຈອດອາຊຽນພາຍໃຕ້ຄໍາຂັວນຮັດແໜ້ນເປັນຄູ່ຮ່ວມມືເພື່ອບັນລຸການຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນ 2025” ​ໂດຍມີ ທ່ານ ທອງຜ່ານສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ, ຄູ່ຮ່ວມມືພາຍນອກ, ອົງການຈັດຕັ້ງສາກົນ, ສະມາຄົມທຸລະກິດ, ໜ່ວຍງານຄັງສະໝອງແລະ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ​ ​ພາຍໃນແລະ ຕ່າງປະເທດເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດໄດ້ມີຄໍາເຫັນບາງຕອນໂດຍທ່ານໄດ້​​ເນັ້ນໜັກ​​ເຖິງ​ ການຮັບປະກັນການຈັດຕັ້ງປະຕິບັດ​ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ​ໃຫ້ມີປະສິດທິພາບເຊິ່ງກອງປະຊຸມໃນຄັ້ງນີ້ ມີຈຸດປະສົງຫລັກເພື່ອລະດົມຄວາມຄິດເຫັນ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ​ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ​ໂດຍສະເພາະແມ່ນການ ລະດົມແນວຄວາມຄິດ ເພື່ອແກ້ໄຂບັນຫາຕ່າງໆ ເຊັ່ນ: ບັນຫາການປະສານງານ ລະຫວ່າງຂະແໜງການກ່ຽວຂ້ອງ, ການຮ່ວມມືກັບປະເທດ ຄູ່ເຈລະຈາຂອງອາຊຽນເພື່ອປະຕິບັດໂຄງການຮ່ວມກັນແລະ ການລະດົມທຶນຮອນແລະ ການມີສ່ວນຮ່ວມຂອງພາກເອກະຊົນເພື່ອຮັບປະກັນຜົນສໍາເລັດຂອງການຈັດຕັ້ງປະຕິບັດ​ ແຜນແມ່ບົດດັ່ງກ່າວ. ທັງເປັນໂອກາດ​​ເຜີຍແຜ່ໃຫ້ພາກສ່ວນຕ່າງໆເຂົ້າໃຈກ່ຽວກັບ​ ການເຊື່ອມຈອດອາຊຽນເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການປຶກສາຫາລືຈາກຜູ້ຊົງຄຸນວຸດທິ ທີ່ມາຈາກຫລາຍພາກສ່ວນແລະເປັນຕົວແທນໃຫ້ແຕ່ລະຂະແໜງການເຊິ່ງມີການສົນທະນາບັນຫາຕ່າງໆພາຍໃນ 5 ຫົວຂໍ້ ເປັນຕົ້ນ​​ແມ່ນ ຜົນຂອງການຈັດຕັ້ງປະຕິບັດ​ ແຜນແມ່ບົດການເຊື່ອມຈອດອາຊຽນ 2010 ​ແລະ ການນໍາສະເໜີແຜນແມ່ບົດການເຊື່ອມຈອດອາຊຽນ 2025 ການຮ່ວມມືກັນເພື່ອຈັດຕັ້ງປະຕິບັດ​ ແຜນແມ່ບົດການເຊື່ອມຈອດອາຊຽນ 2025, ການຮ່ວມມືກັບປະເທດຄູ່ຮ່ວມພາຍນອກ, ການຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງຕ່າງໆແລະ ກາລະໂອກາດ ຈາກການຈັດຕັ້ງປະຕິບັດການເຊື່ອມຈອດອາຊຽນ 2025 ກໍຄືການປະຕິບັດທີ່ດີທີ່ສຸດແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດ ແຜນແມ່ບົດດັ່ງກ່າວໃນໄລຍະຜ່ານມາເພື່ອບັນລຸເປົ້າໝາຍການເຊື່ອມຈອດອາຊຽນແນໃສ່ສົ່ງເສີມການໄປມາຫາສູ່ແລະ ສ້າງຜົນປະໂຫຍໃຫ້ແກ່ປະຊາຊົນຫລາຍຂຶ້ນ.

dsc_3787-asean-7-2

ແຫລ່ງຂ່າວ:

ຂປລ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...